ທ່ານ​ສີ​ຈິ້​ນຜິ​ງຢ້ຽມ​ຊົມ​ງານ​ວາງສະ​ແດງ​ເຕັກນິກ​ກະສິກຳ​ແລະ​ການ​ລ້ຽງສັດ​ນູ​ແວັນ​​ເຊ​ລັງ
2014-11-21 18:03:41  cri 

ວັນ​ທີ 21 ພະຈິກ​ນີ້, ພາຍ​ໃຕ້​ການ​ເປັນ​ເພື່ອນ​ຮ່ວມ​ທາງ​ຂອງ​ທ່ານ​ຈອນ ຟີ​ລິບ​ ຄີ ນາຍົກລັດຖະມົນຕີນູ​ແວັນ​ເຊ​ລັງ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ຢ້ຽມ​ຊົມ​ງານ​ວາງສະ​ແດງ​ເຕັກນິກ​ກະສິກຳ​ແລະ​ການ​ລ້ຽງສັດ​ນູ​ແວັນ​ເຊລັງ​ ​ແລະ​ຫວັງ​ວ່າ​ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ​ແລະ​ການ​ລ້ຽງສັດ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ໃຫ້​ເຫັນ​ວ່າ, ຂະ​ແໜງ​ການ​ກະສິກຳ​​ແລະ​ການ​ລ້ຽງສັດ​ເປັນ​ສ່ວນ​ປະກອບ​ສຳຄັນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ນູ​ແວັນ​ເຊລັງ. ຂະ​ແໜງ​ການ​ກະສິກຳ​ແລະ​ການ​ລ້ຽງສັດ​ຂອງ​ນູ​ແວັນ​ເຊ​ລັງ​ມີ​ຊື່​ສຽງ​ໂດ່​ງ​ດັງ​ໃນ​ໂລກ, ຈີນ​ມີ​ຕະຫຼາດ​ບໍລິ​ໂພ​ກອັນ​ກວ້າງ​ໃຫຍ່. ວິ​ສາ​ຫະກິດ​ຈີນ​ລົງທຶນ​ໃນ​ຂະ​ແໜງ​ການ​ກະສິກຳ​ແລະ​ການ​ລ້ຽງສັດ​ຢູ່​ນູ​ແວັນ​ເຊ​ລັງ ​ເຊິ່ງຈະ​ຊ່ວຍ​ຊຸກຍູ້​ໃຫ້ການ​ປະກອບ​ອາຊີບ​​ແລະ​ການ​ເຕີບ​ໂຕ​ດ້ານເສດຖະ ກິດ​ຂອງ​ນູ​ແວັນ​ເຊ​ລັງ, ຜະລິດ​ຕະພັນ​ກະສິກຳ​ທີ່​ຜະລິດ​ອອກ​ມາ​ນັ້ນ​ກໍ​​ແມ່ນ​ເພື່ອ​ຂາຍ​ໃຫ້​ຜູ້​ບໍລິ​ໂພກຈີນ​ຈຳນວນ​ຫຼວງ​ຫຼາຍ. ຫວັງ​ວ່າ​ວິ​ສາ​ຫະ ກິດ​ຂອງ​ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ບັນລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ສີ​ຈິ້ນ​ຜິ​ງ​ແລະ​ທ່ານ​ຈອນ​ ຟີ​ລິບ ຄີ ຍັງ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​ໃຫ້​ແກ່​ການ​ແລກປ່ຽນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ຫຼາຍ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ ​ເຊິ່ງສັນຍາ​ເຫຼົ່າ​ນີ້​ໄດ້​ກ່ຽວ​ພັນ​ເຖິງ​ການ​ທະນາຄານ, ຜະລິດ​ຕະພັນ​ນົມ, ການບິນ​ພົນລະ​ເຮືອນ​, ການ​ສື່ສານ​ໂທລະ​ຄົມ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ