ການຮ່ວມ​ກັນຄວບ​ຄຸມ​ຂໍ້​ຂັດ​ແຍ້​ງ​ເປັນ​ຊ່ອງ​ທາງ​ທີ່​ສຳຄັນ​ສຳລັບ​ການ​ແກ້​ໄຂ​ບັນຫາ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ​ໃນ​ພາກ​ພື້ນ​
2014-11-24 16:41:11  cri 
ວັນທີ 22 ພະຈິກ​ນີ້, ​ເມື່ອ​ປຶກສາ​ຫາລື​ເຖິງບັນຫາ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ​ໃນ​ພາກ​ພື້ນ, ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​​ເວທີ​ປຶກສາ​ຫາລື​ຊຽງ​ຊັນ​ຄັ້ງ​ທີ 5 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ນັ້ນ, ຕ່າງ​ກໍ​ໄດ້ມີຄວາມເຫັນ​ວ່າ, ​ປະ​ເທດ​ຕ່າງໆຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​​ແລະການ​ຮ່ວມ​ມື, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄວນຈະ​ແກ້​ໄຂ​ບັນຫາ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ​ຢ່າງ​ມີ​ປະສິດທິ​ຜົນ​ໂດຍຜ່ານ​ການຮ່ວມ​ກັນຄວບ​ຄຸມ​ຂໍ້​ຂັດ​ແຍ້​ງ​.

ທ່າ​ນມູສຕາປາ ສິຣັດ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ບຣູ​ໄນ​ກ່າວ​ວ່າ, ການເພີ່ມ​ທະວີ​ການຮ່ວມ​ມື​ແລະ​ຮ່ວມ​ກັນ​ຮັບ​ມື​ກັບບັນຫາ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ​​ເຫຼົ່າ​ນີ້, ຄວນ​ເປັນ​ທິດ​ທາງ​ທີ່​ບັນດາ​ປະ​ເທດ​ຕ້ອງຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ, ​ເຊິ່ງປະ​ເທດຕ່າງໆ ຄວນເພີ່ມ​ທະວີ​ການຮ່ວມ​ມື​ໃນ​ຂົງ​ເຂດ​ດ້ານການ​ເມືອງ, ການ​ທະຫານ​, ຄວາມ​ໝັ້ນຄົງ​ແລະ​ຂົງ​ເຂດ​ອື່ນໆເຊັ່ນ, ການ​ເຊັນ​ສັນຍາ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ຝ່າຍ, ການຈັດ​ຕັ້ງ​ການ​ຊ້ອມຮົບ​ຮ່ວມ​ ແລະ​ການ​ຝຶກ​ຊ້ອມຮ່ວມ​ແລະ​ອື່ນໆ.

ທ່ານຣາວ ​ເດ​ວ ຣາສາຣິ​ໂອ ຮອງຫົວໜ້າ​ກົມ​ເສນາ​ທິການ​ກອງທັບຟິລິບ​ປິນກ່າວ​ວ່າ, ການວາງ​ກົດ​ແຫ່ງ​ການ​ປະພຶດ​ຫຼືບັນທັດຖານ​ທາງດ້ານກົດຫມາຍທີ່​ທຸກ​ຝ່າຍ​ລ້ວນ​ແຕ່ສາມາດ​ຮັບ​ເອົາ​ໄດ້​ນັ້ນມີ​ຄວາມ​ໝາຍ​ສຳຄັນ​ຢ່າງຍິ່ງ​ຕໍ່ການ​ຮັບ​ມື​ກັບ​ໄພ​ຂົ່ມຂູ່​ຈາກ​ບັນຫາ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ​​ຢ່າງ​ຢ່າງ​ມີ​ປະສິດທິ​ຜົນ​.

ທ່ານ​ໂຫຼ​ຢວນ ຮອງ​ເລຂາ​ທິການ​ສະມາຄົມ​ວິທະຍາສາດການທະຫານ​ຈີນ ກ່າວ​ວ່າ, ການຮ່ວມ​ກັນຄວບ​ຄຸມ​ຂໍ້​ຂັດ​ແຍ້​ງ​ນັ້ນມີ​ຄວາມ​ໝາຍ​ອັນ​ຕັ້ງໜ້າ​ຕໍ່​ການ​ແກ້​ໄຂ​ບັນຫາ​ທີ່​ກ່ຽວ ຂ້ອງ​ຢ່າງ​ເໝາະ​ສົມ, ​ເຊິ່ງ​ເມື່ອ​ປະ​ເທດ​ທີ່​ກ່ຽວຂ້ອງ​ມີ​ບັນ​ຫາ​ຄວາມ​ຂັດ​ແຍ້​ງ​ກັນແລ້ວ, ກໍສາມາດ​ສະກັດ​ກັ້ນ​ບໍ່​ໃຫ້​ບັນຫາ​​​ເພີ່ມ​ລະດັບຄວາມ​ຮູ​ນແຮງຂຶ້ນ​ຈົນ​ກາຍ​ເປັນ​ການ​ປະ​ທະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ