ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​​ໃຫ້​ສຳພາດ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຂອງ​ທ່ານ​ປະທານ​ປະ​ເທດ​ຈີນ
2014-11-24 16:28:47  cri 
    ຫຼັງຈາກ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍຸດ​ຂອງ​ກຸ່ມ 20 ປະ​ເທດ, ຢ້ຽມຢາມ​ທາງ​ລັດຖະກິດ​ຕໍ່​ອົສຕຣາລີ, ນູ​ແວນ​ເຊ​ລັງ ​ແລະ​ຟີ​ຈີ ພ້ອມ​ທັງ​ໄດ້​ຈັດການ​ພົບ​ປະ​ເປັນ​ໝູ່​ຄະນະ​ກັບ​ຜູ້ນຳ​ຂອງ​ປະ​ເທດ​ເກາະດອນ​ໃນ​ມະຫາ​ສະໝຸດ​ປາຊິ​ຟິກທີ່​ໄດ້​ສ້າງ​ສາຍພົວພັນ​ທາງການ​ທູດ​ກັບ​ຈີນ​ແລ້ວ, ວັນ​ທີ 23 ພະຈິກ​ນີ້, ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ກັບ​ຄື​ນມາ​ຮອດ​ປັກ​ກິ່ງ. ທ່ານ​ວາງຢີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາ​ກຜົນ​ການ​ຂອງ​ຢ້ຽມຢາມ​ເທື່ອ​ນີ້.

    ກ່ຽວ​ກັບ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ 20 ປະ​ເທດ, ທ່ານ​ວາງຢີ້ກ່າວ​ວ່າ, ຄວາມ​ຄິດ​​ເຫັນ​ຕ່າງໆ​ກ່ຽວ​ກັບ​ການ​ຊຸກຍູ້​ການແລກປ່ຽນກັນໃນດ້ານ​ນະ​ໂຍບາຍ​ລະຫວ່າງ​ປະ​ເທດ​ຕ່າງໆ, ການ​ເຊື່ອມ​ຕໍ່​ເສັ້ນທາງ, ການ​ຄ້າ​ຢ່າງ​ສະດວກ, ການ​ຈໍລະ​ຈອນ​ເງິນຕາ ​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ ທີ່​ທ່ານສີ​ຈິ້ນຜິ​ງສະ​ເໜີ​ອອກ​ນັ້ນ ​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ຕັ້ງໜ້າ​ຈາກ​ຜູ້ນຳ​ທີ່​ຮ່ວມ​ປະຊຸມ, ພວກ​ເພິ່ນ​ເຫຼົ່ານັ້ນຕ່າງກໍໄດ້​ຕີ​ລາຄາ​​ໃນ​ລະດັບ​ສູງ​ຕໍ່​ວິ​ໄສ​ທັດ​ແລະ​ມາດ​ຕະການ​ໃນ​ການ​​ເປີດ​ປະຕູ​ທີ່​ຈີນ​ນຳສະ​ເໜີ. ກອງ​ປະຊຸມ​ໄດ້​ປະກາດ​ວ່າ, ຈີນ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ 20 ປະ​ເທດ​ໃນ​ປີ 2016, ທັງ​ນີ້​​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​​ໄວ້​ວາງ​ໃຈ​ຂອງ​ໂລກ​ຕໍ່​ຈີນ.

    ກ່ຽວ​ກັບ​ການ​ຢ້ຽມຢາມ​ອົສຕຣາລີ​ແລະ​ນູ​ແວນ​ເຊ​ລັງ, ທ່ານ​ວາງຢີ້ກ່າວ​ວ່າ, ອົສຕຣາລີ​ແລະ​ນູ​ແວນ​ເຊ​ລັງ ​ແມ່ນ​ປະ​ເທດ​ທີ່​ສຳຄັນ​ໃນ​ພາກ​ພື້ນ​ອາຊີ​ປາຊິ​ຟິກ, ​ແລະ​ກໍ​ແມ່ນ​ຜູ້​ເຂົ້າຮ່ວມ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ຢ່າງ​ຕັ້ງໜ້າ. ສອງ​ປະ​ເທດ​ດັ່ງກ່າວ​ລ້ວນ​ແຕ່​ມີ​ຄວາມ​ເຫັນ​ໄປ​ຕໍ່​ອະນາຄົດ​ຂອງ​ຈີນໃນ​ແງ່ດີ, ​​ເອົາ​ໃຈ​ໃສ່​ຕໍ່​ໂອກາດ​ທີ່​ຈີນ​ສ້າງ​ຂຶ້ນ ​ແລະ​ຫວັງ​ຢາກ​ໃຫ້​ເພີ່ມທະວີ​ການ​ຮ່ວມ​ມື​ກັບ​ຈີນ.
ກ່ຽວ​ກັບ​ການ​ຢ້ຽ​ມຢາມ​ປະ​ເທດ​ເກາະດອນ​ໃນ​ມະຫາ​ສະໝຸ​ດປາຊິ​ຟິກ, ທ່ານ​ວາງຢີ້ກ່າວ​ວ່າ, ປະ​ເທດ​ເກາະດອນ​ແມ່ນ​ສະມາຊິກ​ຂອງ​ມະຫາ​ຄອບຄົວ​ອາຊີ​ປາຊິ​ຟິກ, ມີ​ຊັບພະຍາກອນ​ທາງ​ທະ​ເລ​ຢ່າງ​ອຸດົມສົມບູນ ​ແລະ​ມີ​ທ່າ​ແຮງ​ໃນ​ດ້ານ​ພູມີພາກ, ​ແມ່ນ​ການ​ເຊື່ອມ​ຕໍ່​ກັບ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ​ແບບ​ທຳ​ມະ​ຊາດ ​ແລະ​ເປັນພາກສ່ວນ​ທີ່​ສຳຄັນຂອງ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ປາຊີ​ຟິຊິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ