ຈີນ​ໄດ້​ສະ​ເໜີ​​ແນວ​ຄວາມ​ຄິດ​ໃໝ່​ເພື່ອ​ແກ້​ໄຂ​ບັນຫາ​ຈຸດ​ສຸມ​​ໃນ​ບັນຫາ​ນີ​ວ​ເຄລຍອີຣານ
2014-11-25 11:26:14  cri 
ວັນ​ທີ 24 ພະຈິກ​ນີ້, ຢູ່​ນອກ​ສະຖານ​ທີ່​ຈັດການ​ເຈລະຈາ​ບັນຫາ​ນີ​ວ​ເຄລຍອີຣານ, ທ່ານ​ຫວາງ​ຢີ້ ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ຫາ​ກໍ​ເດີນທາງ​ໄປ​ເຖິງ​ນະຄອນຫຼວງ​ວຽນ​ຂອງ​ໂອ​ຕຣີສ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ໂດຍ​ໄດ້​ກ່າວ​ເນັ້ນ​ວ່າ​ຈີນສະ​ເໜີ​ແນວ​ຄວາມ​ຄິດ​ໃໝ່​ເພື່ອ​ແກ້​ໄຂ​ບັນຫາ​ຈຸດ​ສຸມ​ໃນ​ບັນຫາ​ນີວ​ເຄລຍອີຣານ.

ທ່ານ​ຫວາງ​ຢີ້ກ່າວ​ວ່າ, ການ​ເຈລະ​ຈາ​ກ່ຽວ​ກັບ​ບັນຫາ​ນີວ​ເຄລຍອີຣານ​ໄດ້​ເຂົ້າ​ສູ່​ໄລຍະ​ຂໍ​ກະ​ແຈ​ແລ້ວ, ການ​ເຈລະຈາ​ກຳລັງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ບໍ່ຢຸດ​ຢັ້ງ. ຝາຍ​ຈີນ​ຢຶດຖື​ຫຼັກ​ໝັ້ນ​ທີ່​ພາວະ​ວິ​ໄສ​ແລະ​ຍຸຕິ​ທຳ, ຈີນ​ໄດ້​ດຳ​ເນີນ​ການ​ໄກ່​ເກ່ຍຫຼາຍ​ເທື່ອ​ ​ລະຫວ່າງ​ຝ່າຍ​ຕ່າງໆ​ໂດຍ​ສະ​ເພາະ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ອີຣານ, ຊຸກຍູ້​ໃຫ້​ຝ່າຍ​ຕ່າງໆ​ຫຼຸດຜ່ອນ​ຄວາມ​​ເຫັນ​ທີ່​ຂັດ​ແຍ້​ງກັນ, ​ເພີ່ມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ໃຫ້​ຫຼາຍ​ຂຶ້ນ.

ທ່ານ​ຫວາງຢີ້ກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​ໃຫ້​ບັນ​ລຸ​ສັນຍາ​ຮອບດ້ານ​ກ່ຽວ​ກັບ​ບັນຫາ​ນີວ​ເຄລຍອີຣານ​ໂດຍ​ໄວ, ນີ້​ຈະ​ມີ​ຜົນ​ດີ​ຕໍ່​ປະຊາຊົນ​ອີຣານສາ ມາດ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ເປັນ​ປົກກະຕິຫຼາຍ​ກວ່າ​ເກົ່າ, ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ລະບົບ​ບໍ່​ແຜ່​ຂະຫຍາຍ​ອາວຸດ​ນີ​ວ​ເຄລຍ​ໃນສາກົນ, ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະ​ເຖ​ຍລະ​ພາບ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ. ​ເທື່ອ​ນີ້​ຂ້າພະ​ເຈົ້າ​ໄດ້ຖືເອົາ​ແຜນການ​ຝ່າຍ​ຈີນທີ່​ກຳ​ເນີ​ດຈາກ​ການ​ສັງ​ລວມຄວາມ​ຄິດ​ເຫັນ​ຂອງ​ຝ່າຍ​ຕ່າງໆເພື່ອມາ​ແກ້​ໄຂ​ບັນຫາ​ຈຸດ​ສຸມ​ສຸດ​ທ້າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ