ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງຈີນ​ໄດ້​ຮັບ​ການຄັດ​​ເລືອກເປັນ​ຕົວ​ເມືອງ​ທີ່​ດີ​ທີ່​ສຸດ​ຂອງ​ອາຊີ​ໃນ​ດ້ານ​ການ​ໄປ​ຮຽນ​ຂອງ​ນັກ​ສຶກສາ​ຕ່າງປະ​ເທດ
2014-11-25 17:13:23  cri 
ເວັບ​ໄຊ​ການ​ສຶກສາສາກົນ​ QS ໄດ້​ເຜີຍ​ແຜ່​ການຈັດ​ອັນ​ດັບ​ສະບັບ​ຫຼ້າ​ສຸດ​ໃນ​ວັນ​ທີ 25 ພະຈິກ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຂດ​ພິ​ເສດ​ຮົງ​ກົງ​ແມ່ນ​ຕົວ​ເມືອງ​ທີ່​ໜ້າຢູ່​ອາ​ໄສ​ທີ່​ສຸດ, ​ແລະ​ໄດ້ກາຍ​ເປັນ​ຕົວ​ເມືອງ​ທີ່​ດີ​ທີ່​ສຸດ​ຂອງ​ອາຊີ​ໃນ​ດ້ານການ​ໄປ​ຮຽນ​ຂອງ​ນັກ​ສຶກສາຕ່າງປະ​ເທດ, ​ຊຶ່ງເປັນອັນ​ດັບ​ທີ 5 ​​ຂອງ​ໂລກ, ​ໄດ້​ຫຍັບຂຶ້ນ 2 ອັນ​ດັບ​ເມື່ອ​ທຽບ​ໃສ່​ການຈັດ​ອັນ​ດັບ​ໃນ​ປີ 2013.

ນະຄອນຫຼວງ​ປາຣີຂອງ​ຝຣັ່ງ​ໄດ້​ເປັນ​ຕົວ​ເມືອງ​ທີ່​ດີ​ທີ່​ສຸດ​ຂອງ​ໂລກຕິດ​ຕໍ່​ກັນ​ໃນ​ດ້ານ​ການ​ໄປ​ຮຽນ​ຂອງ​ນັກ​ສຶກສາຕ່າງປະ​ເທດ, ຖັດຈາກ​ນັ້ນ​ແມ່ນ​ເມືອງ​​ແມນ​ບວກຂອງ​ອົສຕຣາລີ. ນະຄອນ​ໄຕ​ເປ​ຂອງ​ໄຕ້ຫວັນ​ຈີນ​ຢູ່​ໃນ​ອັນ​ດັບ​ທີ 25, ນະຄອນຫຼວງ​ປັກ​ກິ່ງ​ແລະ​ນະຄອນ​ຊຽງ​ໄຮ​ຕ່າງ​ຢູ່​ໃນ​ອັນ​ດັບ​ທີ 26 ​ແລະ​ອັນ​ດັບທີ 32. ສ່ວນສິງກະ​ໂປ​ໄດ້​ຈາກ​ອັນ​ດັບ​ທີ 3 ​ໃນປີ​ກາຍ​ນີ້​ລົງ​ເປັນ​ອັນ​ດັບ​ທີ 15 ​ໃນ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ