ສປປ ​ເກົາຫຼີ ຈັດການ​ໂຮມ​ຊຸມນຸມ 1 ​ແສນ​ຄົນ​ເພື່ອ​ປະ​ທ້ວງ​ຕໍ່​ອົງການ​ສະຫະ​ປະຊາ​ຊາດ​ຜ່ານ​ມະຕິ​ວ່າ​ດ້ວຍ​​ສິດທິ​ມະນຸດ​ຂອງ ສປປ ​ເກົາຫຼີ
2014-11-25 18:40:36  cri 
ວັນ​ທີ 25 ພະຈິກ​ນີ້, ​ສປປ ​ເກົາ​ຫຼີ ​ໄດ້​ຈັດກອງ​ປະຊຸມ​ໃຫຍ່​ທະຫານ​ແລະ​ປະຊາຊົນ​ແລະ​ການ​ແຫ່​ຂະ​ບວນປະ​ທ້ວງ​ທີ່​ມີ 1 ​ແສນ​ຄົນ​ເຂົ້າ​ຮ່ວມ​ຢູ່​ສະໜາມ​ຫຼວງ​ກິ​ມອິນຊຸງທີ່​ນະຄອນຫຼວງ​ພຽງ​ຢາງ​, ​ເພື່ອ​​ປະ​ທ້ວງ​ຕໍ່ຄະນະ​ກຳມະການ​ທີ 3 ຂອງ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ໄດ້ຜ່ານມະຕິ​ວ່າ​ດ້ວຍ​ ​ສິດທິ​ມະນຸ​ດຂອງ ສປປ ​ເກົາຫຼີ ​ໃນ​ວັນ​ທີ 18 ພະຈິກ​ນີ້, ​ແລະ​ກ່າວ​ປະນາມ​ ​ອາ​ເມ​ລິ​ກາ​ກໍ່​ຄື "ສິດທິກຳລັງ​ຕິດຕາມ"ຂອງ​​ເຂົາກໍ່​​ເລື່ອງ​ຕະຫຼົກ​ກ່ຽວ​ກັບ​ສິດທິ​ມະນຸດ​ຕໍ່ ສປປ ​ເກົາຫຼີ.

​ໃນ​ງານ​ໂຮມ​ຊຸມນຸມ​ຄັ້ງ​ນີ້, ທ່ານ​ກິມກີ​ນາມ, ​ເລຂາ​ທິການສູນ​ກາງ​ພັກ​ແຮງ​ງານ​ ສປປ ​ເກົາຫຼີ ​ໄດ້ອ່ານ​ຖະ​ແຫຼ​ງການ​ຂອງຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດຂອງ ສປປ ​ເກົາຫຼີ ທີ່​ໄດ້​ຖະ​ແຫຼ​ງໃນ​ວັນ​ທີ 23 ພະຈິກ​ນີ້. ຖະ​ແຫຼ​ງການ​ຂຽນ​ວ່າ: "ສປປ ​ເກົາຫຼີ ​ໄດ້​ໃຫ້ການ​ຕັກ​ເຕືອນ​ຢ່າງ​ໜັກໜ່ວງ​ຕໍ່​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ສິດທິ​ມະນຸດ​ຂອງ​ ສປປ ​ເກົາຫຼີ ທີ່​ອາ​ເມ​ລິ​ກາ​ກໍ່​ຄື​ສິດທິກຳລັງ​ຕິດຕາມ​ຂອງ​ເຂົາ​ເປັນ​ຜູ້ກໍ່​ຂຶ້ນ, ຖ້າ​ເຂົາ​ເຈົ້າ​ສືບ​ຕໍ່​ຮ່ວມ​​ເປັນ​ກ້ອນເປັນ​ກຸ່ມ​​​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່ ສປປ ​ເກົາຫຼີ ​ແລະ ​ເຈດ​ຕະນາ​ຢາກ​ໂຄ່ນ​ລົ້ມ​ລະບອບ​ສັງຄົມ​ນິຍົມ​ຂອງ ສປປ ​ເກົາຫຼີ, ກໍ່ຈະ​ໄດ້​ຮັບ​ການ​ລົງ​ໂທດ​ແລະ​ການ​ໂຈມ​ຕີ​ຢ່າງ​​ໄຮ້​ຄວາມ​ປານີ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ