ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ
2014-11-25 15:20:23  cri 
ວັນ​ທີ 24 ພະຈິກ​ນີ້ຢູ່​ທຳນຽບຂາວ, ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຄຳ​ປາ​ໄສ, ປະກາດ​ວ່າ​ທ່ານ​ໄດ້​ຮັບ​ຄຳ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ​ຮາ​ເກີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ທີ່​ສົ່ງ​ໃນ​ວັນ​ທີ 24 ພະຈິກ​ນີ້. ທ່ານ​ໂອ​ບາ​ມາ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນງານ​ຂອງ​ທ່ານ​ຮາ​ເກີ​ໃນ​ດ້ານ​ການ​ຊຸກຍູ້​ອາ​ເມ​ລິ​ກາ​ຖອນ​ທະຫານ​ຈາກ​ອັຟກາ​ນີສະຖານ, ການ​​ໂຈມ​ຕີ "ISIS" ​ແລະ​ຮັບ​ມື​ກັບ​ສະພາບ​ລະບາດ​ຂອງການ​ພະຍາດ​ອີ​​ໂບລາ, ​ແລະ​ຍ້ອງຍໍ​ທ່ານ​ຮາ​ເກີ​​ແມ່ນ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ທີ່​ເປັນ​ແບບຢ່າງ. ທ່ານ​ຮາ​ເກີ​ແມ່ນ​ສະມາຊິກ​ຄະນະ​ລັດຖະບານ​ຜູ້​ທຳ​ອິດ​ທີ່​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງພາຍຫຼັງ​ພັກ​ປະຊາທິປະ​ໄຕ​ອາ​ເມ​ລິ​ກາ​​ເສຍ​ໄຊ​​ໃນ​ການ​ເລືອກ​ຕັ້ງ​ໄລຍະ​ກາງ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ, ທ່ານ​ຮາ​ເກີ​ສິ້ນ​ສຸດ​ການ​ດຳລົງ​ຕຳ​ແໜ່​ງ​ໃນ​ປັດຈຸບັນ​ແມ່ນ "​ໂອກາດ​ທີ່​ເໝາະ​ສົມ". ທ່ານ​ຮາ​ເກີຈະ​ສືບ​ຕໍ່​ດຳລົງ​ຕຳ​ແໜ່​ງຈົນ​ຮອດ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ຜູ້​ໃໝ່​ໄດ້ຮັບ​ການ​ຮັບຮອງ​ຈາກ​ສະພາ​ສູງ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ