ປະທານາທິບໍດີ​ອີຣານກ່າວ​ວ່າ ຄວາມ​ຂັດ​ແຍ້​ງໃນການ​ເຈລະຈາ​ກ່ຽວກັບບັນຫາ​ນິວ​ເຄລຍ​ອີຣານ​ສ່ວນ​ຫຼາຍ​ໄດ້ຮັບ​ການ​ແກ້​ໄຂ​ແລ້ວ
2014-11-25 16:01:52  cri 
ວັນ​ທີ 24 ພະຈິກ​ນີ້, ຫຼັງ​ຈາກການ​ເຈລະຈາ​ກ່ຽວກັບບັນຫາ​ນິວ​ເຄລຍ​ອີຣານ​ໄດ້​​ປະກາດ​​ເລື່ອນ​ເວລາ​ອີກ​ຄັ້ງ​ໜຶ່ງ​ແລ້ວ, ​ທ່ານຮາ​ຊັນ ​ໂຣຮາ​ນີ ປະທານາທິບໍດີ​ອີຣານ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ, ​ໂດຍໄດ້​​​ເບິ່ງ​ໃນ​ແງ່​ດີ​ຕໍ່ການ​ເຈລະຈາ​ດັ່ງກ່າວ, ທັງ​ເຫັນ​ວ່າ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ໃນການ​ເຈລະຈາໄດ້​ກ້າວ​ໄປສູ່​ສັນຍາ​ຮອບດ້ານ, ​​ແລະຄວາມ​ຂັດ​ແຍ້​ງສ່ວນ​ຫຼາຍ​ໄດ້​ຮັບ​ການແກ້​ໄຂ​​ແລ້ວ​.​

ເມື່ອ​ທ່ານ​ໂຣຮາ​ນີໃຫ້​ສຳພາດ​ຕໍ່​​ໂທລະພາບ​ແຫ່ງ​ຊາດອີຣານ​, ທ່າ​ນກ່າວ​ວ່າ: ​ເຖິງ​ວ່າການ​ເຈລະຈາ​ກ່ຽວກັບບັນຫາ​ນິວ​ເຄລຍບໍ່​ໄດ້​ບັນລຸສັນຍາ​ຮອບດ້ານກໍ​ຕາມ, ​ແຕ່ ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​​ໄດ້ກ້າວ​ໄປ​ສູ່​ການບັນລຸສັນຍາ​ຮອບດ້ານຫຼາຍ​ກ້າວ. ສະພາບ​ການ​ໃນປະຈຸ​ບັນ​ໄດ້​ມີ​ຄວາມ​ແຕກຕ່າງ​ກັນຫຼາຍ​ຖ້າທຽບ​ໃສ່ 3 ​ເດືອນ​ຫຼື 6 ​ເດືອນ​ກ່ອນ, ຫຼັກ​ໝັ້ນຂອງ​ຝ່າຍ​ຕ່າງໆ​ໄດ້​ຄ່ອຍປັບ​ເຂົ້າກັນ​​​ເປັນກ້າວໆ, ​ເຊິ່ງຄວາມ​ຂັດ​ແຍ້​ງ ສ່ວນ​ຫຼາຍ​ໄດ້​ຮັບ​ການແກ້​ໄຂ​​ແລ້ວ​. ​ເຖິງ​ແນວ​ນັ້ນ​ກໍ​ຕາມ, ຝ່າຍ​ຕ່າງໆ​ຍັງ​ຕ້ອງ​ໃຊ້​ມາດ​ຕະການ​ເພື່ອ​ແກ້​ໄຂຄວາມ​ຂັດ​ແຍ້​ງທີ່​ຍັງ​ເຫຼືອ​ຢູ່​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ