ພັກ​ປະຊາທິປະ​​ໄຕ​ຍີ່ປຸ່ນ​ກ່າວ​ວ່າ ຈະ​ຖອນມະຕິການ​ຍົກ​ເລີກ​ສິດທິ​ການປ້ອງ​ກັນ​ຕົວ​ແບບ​ລວມໝູ່​ຖ້າ​ຊະນະ​ການ​ເລືອກ​ຕັ້ງ
2014-11-25 16:50:19  cri 
ວັນ​ທີ 24 ພະຈິກ​ນີ້, ພັກ​ປະຊາທິປະ​​ໄຕ​ຍີ່ປຸ່ນ​​ໄດ້​ປະກາດ​ຫຼັກການ​​ແຂ່ງຂັນ​ການເລືອກ​ຕັ້ງ, ​ໂດຍ​ໄດ້​ກ່າວ​ວ່າ, ຖ້າພັກ​ປະຊາທິປະ​​ໄຕ​ຊະນະ​ການ​ເລືອກ​ຕັ້ງ​ສະພາ​ຕ່ຳແລະ​ສາມາດ​ຂຶ້ນ​ເປັນ​ພັກ​ກຳ​ອຳນາດ​ແລ້ວ, ຈະ​ຖອນມະຕິການ​ຍົກ​ເລີກ​ສິດທິ​ການປ້ອງ​ກັນ​ຕົວ​ແບບ​ລວມໝູ່ຂອງລັດຖະບານຊິນ​ໂຈ​ອາ​ເບະ​.​

ຫຼັກການ​ດັ່ງກ່າວໄດ້ຂຽນ​ວ່າ, ລັດຖະບານຊິນ​ໂຈ​ອາ​ເບະ​ໄດ້​ປະໝາດຕໍ່​ປະຊາ​ມະຕິ​ແລະ​ລັດຖະສະພາ​ໂດຍການກະທຳ​ບາງ​ຢ່າງເຊັ່ນ, ບັງ​ຄັບ​ຮັບ ຮອງ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ຄວາມ​ລັບ​ທີ່​ໄດ້​ກຳນົດ​ໄວ້, ມະຕິ​ຂອງລັດຖະບານທີ່ຍົກ​ເລີກ​ຂໍ້​ຫ້າມ​ການ​ນຳ​ໃຊ້ສິດທິ​ປ້ອງ​ກັນ​ຕົວ​ແບບ​ລວມໝູ່​​ແລະ​ອື່ນໆ​ຕ້ອງໄດ້​ຖືກ​ສະກັດ​ກັ້ນ; ມະຕິ​ຂອງລັດຖະບານທີ່ຍົກ​ເລີກ​ສິດທິ​ປ້ອງ​ກັນ​ຕົວ​ແບບ​ລວມໝູ່​​​ແມ່ນ​ຝືນ​ກັບ​ລັດທິ​ການ​ສ້າງລັດຖະທຳ​ມະນູນ​, ​ເຊິ່ງຕ້ອງ​ໄດ້ຖອນ​ເອົາ​ຄືນ. ຫຼັກການ​​ດັ່ງກ່າວ​ຍັງ​ໄດ້​ຕຳ​ໜິ​ຕໍ່​ນະ​ໂຍບາຍ​ດ້າ​ນ​ເສດຖະກິດ​ແລະ​ດ້ານ​ປະກັນ​ໄພ​ສັງຄົມ​ຂອງລັດຖະບານຊິນ​ໂຈ​ອາ​ເບະ​, ​ໂດຍ​ໄດ້​ຊີ້​ອອກ​ວ່າ, ​"ເສດຖະສາດ​ອາ​ເບະ"(Abenomics)ທີ່ລັດຖະບານຊິນ​ໂຈ​ອາ​ເບະ​ຊຸກຍູ້​ສົ່ງ​ເສີມນັ້ນ, ບໍ່​ໄດ້​ເຮັດ​ໃຫ້​ເສດຖະກິດ​ຍີ່ປຸ່ນ​ດີ​ຂຶ້ນ​ຢ່າງ​ແທ້​ຈິງ, ​ແຕ່​ພັດ​ໄດ້​​ເພີ່ມພາລະແບກ​ຫາບ​ດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ