ຈີນ​ມີ​ແຜນ​ຈະຮ່າງ​ແລະ​ປະຕິບັດ​ຂໍ້​ກຳນົດ​ຄວບ​ຄຸມ​ຢາສູບ​ຢູ່​ສະຖານ​ທີ່​ສາທາລະນະ​ທົ່ວ​ປະ​ເທດ​ສະບັບ​ທຳ​ອິດ
2014-11-25 17:03:43  cri 
    ວັນ​ທີ 24 ພະຈິກ​ນີ້, ​ເວັບ​ໄຊ​ຂໍ້​ມູນ​ຂ່າວສານ​ດ້ານ​ກົດໝາຍ​ຂອງ​ລັດຖະບານ​ຈີນ ​ໄດ້​ເຜີຍ​ແຜ່ "ຂໍ້​ກຳນົດ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ການ​ສູບຢາ​ຢູ່​ສະຖານ​ທີ່​ສາທາລະນະ" ​ເຊິ່ງ​ເປັນ​ສະບັບ​ທີ່​ນຳ​ສົ່ງ​ໄປ​ຄົ້ນຄວ້າ​ພິຈາລະນາ, ​ໂດຍ​ມີ​ແຜນ​ຈະ​ຫ້າມ​ສູບຢາ​ຢູ່​ສະຖານ​ທີ່​ສາທາລະນະ​​ໃນ​ຮົ່ມ​ທັງ​ໝົດ. ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່​ຈີນ​ຮ່າງ​ຂໍ້​ກຳນົດ​ເພື່ອ​ຄວບ​ຄຸມ​ຢາສູບ​ຢູ່​ຂອບ​ເຂດ​ທົ່ວ​ປະ​ເທດ​ຢ່າງຮອບດ້ານ.

    ອີງ​ຕາມ​ຂໍ້​ກຳນົດ​ສະບັບ​ດັ່ງກ່າວ, ຢູ່​ຂອບ​ເຂດ​ກາງ​ແຈ້ງ​ຂອງ​ສະຖານ​ທີ່​ສາທາລະນະ​ທີ່​ກຸ່ມ​ຄົນອາຍຸ​ບໍ່​ເຖິງ​ກະສຽນ​ເປັນ​ກຸ່ມ​ຄົນ​ເຄື່ອນ​ໄຫວ​ຕົ້ນຕໍ, ຢູ່​ຂອບ​ເຂດ​ສິດສອນກາງ​ແຈ້ງຂອງ​ໂຮງຮຽນ​ຊັ້ນສູງ, ຢູ່​ຂອບ​ເຂດ​ກາງ​ແຈ້ງ​ຂອງ​​ໂຮງໝໍແມ່​ແລະ​ເດັກ, ​ໂຮງໝໍ​ເດັກນ້ອຍ ​ແລະ​ໂຮງໝໍ​ປະສູດ, ຢູ່​ບ່ອນ​ນັ່ງ​ຜູ້​ຊົມ​ທີ່​ກາງ​ແຈ້ງ​ແລະ​ຂອບ​ເຂດມີ​ການ​ແຂ່ງຂັນ​​ໃນສະໜາມ​ກິລາ​ແລະ​ສະໜາມ​ຟິດນິສ, ຢູ່​ຂອບ​ເຂດ​ລໍຖ້າ​ພາຫະນະ​ຂົນ​ສົ່ງ​ສາທາລະນະ ​ແລະ​ຂອບ​ເຂດ​ອື່ນໆ​ກໍ​ຈະ​ຫ້າມ​ສູບຢາ​ຢ່າງຮອບດ້ານ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ