ຈີນ-​ມາ​ເລ​ເຊຍ​ຮ່ວມ​ກັນ​ສ້າງ "ສູນ​ຂໍ້​ມູນ​ແລະ​ບໍລິການ​ອາ​ຊຽນ​ເປີ​ຍໂຕ"
2014-11-25 17:45:00  cri 
    ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ຜູ້​ແທນ​ຂອງ​ອົງການ​ພັດທະນາ​ການ​ລົງທຶນ​ມາ​ເລ​ເຊຍ ​ໄດ້​ໄປ​ຢ້ຽມຢາມກຸ່ມ​ບໍລິສັດ​ຄຸມ​ຫຸ້ນ​ເປີຍ​ໂຕ​ຮ່ອມ​ພູ​ແສງ​ອູ​ຮັ້ນຈີນ​ຈຳກັດ(Wuhan Optics Valley Bei Dou Holding Group Co., Ltd), ສອງ​ຝ່າຍ​ໄດ້​ບັນລຸ​​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ການ​ສ້າງຕັ້ງ "ສູນ​ຂໍ້​ມູນ​ແລະ​ບໍລິການ​ອາ​ຊຽນ​ເປີ​ຍ​ໂຕ" ຢູ່​ມາ​ເລ​ເຊຍ​ແລະ​ເລື່ອງ​ຮ່ວມ​ມື​ອື່ນໆ. ນີ້​ແມ່ນ​ໝາກຜົນ​ໃໝ່​ທີ່​ບໍລິສັດ​ເປີ​ຍ​ໂຕ​ອູ​ຮັ້ນ​ໄດ້​ຮັບ​ຢູ່​ປະ​ເທດ​ອາ​ຊຽນ ພາຍຫຼັງ​ໄດ້​ເຊັນ "ບົດບັນທຶກ​ຄວາມ​ເຂົ້າ​ໃຈກ່ຽວ​ກັບ​ສູນ​ປະດິດ​ສ້າງ​ໃໝ່​ເປີ​ຍ​ໂຕ/ GNSS ​ໄທ" ຢູ່​ນະຄອນ​ນານ​ນິງຂອງ​ຈີນ​ເມື່ອ​ເດືອນ​ກັນຍາ​ປີ​ນີ້ ລະຫວ່າງ​ສາມ​ຝ່າຍ​ຄື: ບໍລິສັດ​ເປີ​ຍ​ໂຕ​ອູ​ຮັ້ນ, ຫ້ອງການ​ຄຸ້ມ​ຄອງ​ລະບົບ​ນຳ​ທາງ​ຜ່ານ​ດາວ​ທຽມ​ຈີນ ​ແລະ ອົງການ​ພັດທະນາ​ເຕັກນິກ​ພູມ​ສາດ​ແລະ​ອະວະກາດ​ຂອງ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຂອງ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ