ການຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຢູ່​ເຄັນ​ຢາ​ເຮັດ​ໃຫ້ 28 ຄົນ​ເສຍ​ຊີວິດ
2014-11-25 18:29:23  cri 
    ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ເມື່ອວັນ​ທີ 25 ພະຈິກ​ນີ້, ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນຢູ່​ເຄັນ​ຢາ.

    ຂ່າວ​ແຈ້ງວ່າ, ວັນ​ທີ 22 ພະຈິກ​ນີ້, ​ເຈົ້າໜ້າ​ທີ່​ຂອງ​ເຄັນ​ຢາ​ກ່າວ​ວ່າ, ຕອນ​ເຊົ້າມື້​ດຽວ​ກັນ, ຢູ່​ເຂດ​ມານ​ເດ​ລາ, ທາງ​ພາກ​ເໜືອ​ຂອງ​ປະ​ເທດ​​ເຄັນ​ຢາ ​ໄດ້​ເກີດ​ເຫດການຫຼອນ​ໂຈມ​ຕີ​ລົດ​ເມ, ​ຢ່າງ​ໜ້ອຍ​ໄດ້​ເຮັດ​ໃຫ້ 28 ຄົນ​ເສຍ​ຊີວິດ, ຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ. ​ເຈົ້າໜ້າ​ທີ່​ຜູ້​ໜຶ່ງ​ຂອງ​ກົມ​ຕຳຫຼວດມານ​ເດ​ລາ​ກ່າວ​ວ່າ, ພັກ​ຊາວ​ໜຸ່ມ ​ເຊິ່ງ​ເປັນ​ກຸ່ມ​ຫົວ​ຮຸນ​ແຮງທາງ​ສາສະໜາ​ຂອງ​ໂຊ​ມາລີ ​ໄດ້​ກໍ່​ເຫດການ​ເທື່ອ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ