ເຜົ່າຢັ້ງໜື່ງໃນ 12 ເຜົ່າ ດຳລົງຊີວິດຢູ່ແຂວງອຸດົມໄຊ
2014-12-16 16:49:38  cri 

ໃນໂອກາດທີ່ທີມງານ CRI ພວກເຮົາ, ໄດ້ເດີນທາງໄປຮັບໃຊ້ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊໄດ້ສໍາພັດກັບອາກາດທີ່ໜາວເຢັນຢູ່ເມືອງໄຊແລ້ວ, ຍັງເຫັນ ວັດທະນະທຳ, ຮີດຄອງປະເພນີຂອງຫຼາຍໆເຜົ່າຢູ່ແຂວງອຸດົມໄຊ, ໂດຍສະເພາະບັນດາ ນາງສາວຖືປ້າຍເຂົ້າຮ່ວມມື້ໄຂງານມະຫາກຳກິລາແຫ່ງຊາດຄັ້ງທີ 10 ທີ່ແຂວງອຸດົມໄຊ ເປັນເຈົ້າພາບນັ້ນ, ການນຸ່ງເຄື່ອງທີ່ເປັນເອກລັກຂອງແຕ່ລະເຜົ່າເຮັດໃຫ້ຜູ້ຂຽນຢາກເອົາມາ ເລົ່າໃຫ້ທ່ານຜູ້ອ່ານຮູ້ວ່າ: ຢູ່ແຂວງອຸດົມໄຊຍັງມີຫຼາຍເຜົ່າທີ່ໜ້າສົນໃຈທາງດ້ານວັດທະນະ ທຳ, ຮີດຄອງປະເພນີ, ການດຳລົງຊີວິດ .............ຂອງເຂົາເຈົ້າ. ແຕ່ສະບັບນີ້, ຈະພາ ທ່ານໄປຮູ້ຈັກເຜົ່າຢັ້ງ, ເຊິ່ງເປັນເຜົ່າທີ່ມີຫຼາກຫຼາຍວັດທະນະທຳ, ການນຸ່ງຖື, ການດຳລົງ ຊີວິດແລະອື່ນໆຂອງເຜົ່າຢັ້ງວ່າໄດ້ມາຢູ່ແຂວງອຸດົມໄຊແນວໃດ?...

ທ່ານ ບຸນພັນ ໄຊຍະສິດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງເພິ່ນໄດ້ເລົ່າໃຫ້ຟັງ ວ່າ: ປະຫວັດຄວາມເປັນມາຂອງເຜົ່າຢັ້ງ, ໄດ້ເຄື່ອນຍ້າຍມາຈາກພາກໃຕ້ຂອງ ສປ ຈີນ. ລົງມາທາງປະເທດ ສສ. ຫວຽດນາມ ແຂວງເຊີນລາ, ໄລເຈົາ, ລາວກາຍ ແລ້ວມາຕັ້ງຖິ່ນ ຖານບ້ານຊ່ອງຢູ່ບັນດາເມືອງຂອງແຂວງອຸດົມໄຊ, ໄດ້ຫຼາຍສັດຕະວັດແລ້ວ ເຊັ່ນ: ເຜົ່າຢັ້ງ ຢູ່ເມືອງນາໝໍ້ມີ 4 ບ້ານ, ມີ 875 ຄົນ, ຍິງ 438 ຄົນ. ເຜົ່າຢັ້ງເມືອງແບງແລະເມືອງຫຼາ. ຄຳສັບທີ່ວ່າ: "ຢັ້ງ" ມີຄວາມໝາຍວ່າ: "ຢຸດ" ຫຼື "ເຊົາ". ເຜົ່າຢັ້ງມີພາສາ ວົ້າຂອງຊົນເຜົ່າຕົນເອງໄດ້ຈັດເຂົ້າຢູ່ໃນໝວດພາສາລາວ-ໄຕ, ພາສາປາກເວົ້າຫຼືສຳນຽງປາກ ເວົ້າຄ້າຍຄືກັບສຳນຽງເຜົ່າລື້ແຕ່ບໍ່ມີຕົວໜັງສືຂຽນຄື: ເຜົ່າລື້ແລະເຜົ່າລາວ. ຄວາມເຊື່ອຖືຂອງເຜົ່າຢັ້ງ, ຢູ່ແຂວງອຸດົມໄຊເຂົາເຈົ້າເຄົາລົບບູຊາບັນພະບູລຸດຂອງຕົນແລະ ສິ່ງສັກສິດທັງປວງເຊັ່ນ: ຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານແລະຜີອື່ນໆ. ນອກຈາກນັ້ນ,ຍັງມີ ພິທີກຳທາງຮີດຄອງປະເພນີໃນການຊອກຫາດິນບ່ອນຕັ້ງບ້ານ, ຕັ້ງເຮືອນ, ພິທີກຳທີ່ເປັນ ງານບຸນໃຫຍ່ເຊັ່ນ: ບຸນກິນຈຽງຂອງເຜົ່າຢັ້ງ (ໃນເວລາກດຽວກັນກັບເຜົ່າຫໍ້, ເຜົ່າອາຄາ ແລະເຜົ່າໄທດຳ).

ນອກນັ້ນ, ເຄື່ອງນຸ່ງເອ້ຍ້ອງແຕກຕ່າງກັບຊົນເຜົ່າອື່ນ, ສ່ວນຮີດຄອງປະເພນີໃນການແຕ່ງ ງານມີ 2 ລັກສະນະເຊັ່ນ: ໜື່ງ: ແຕ່ງງານຜ່ານຄວາມເຫັນດີເຫັນພ້ອມຂອງພໍ່-ແມ່ທັງ 2 ຝ່າຍໄດ້ຕົກລົງປົງໃຈຊອກໃຫ້ຄູ່ບ່າວສາວຕ້ອງໄດ້ເອົາກັນ ( ແບບບັງຄັບຂອງພໍ່-ແມ່ ). ສອງ, ຄູ່ບ່າວສາວຫາກໄດ້ພົບກັນ ຮັກມັກກັນແລ້ວ ສະເໜີໃຫ້ພໍ່-ແມ່ຕົນທັງສອງເບື້ອງ ສອງຝ່າຍຈິ່ງແຕ່ງງານນຳກັນ. ແຕ່ເຫັນໄດ້ວ່າ: ຂອດການແຕ່ງງານຂອງເຜົ່າຢັ້ງໄດ້ແຍກ ອອກເປັນຫຼາຍໆ. ຂັ້ນຕອນທີ່ສຸດ ແຕ່ເຂົາເຈົ້າກໍ່ຄ້າຍຄືກັບເຜົ່າອື່ນໆ. ປະຕິບັດລະບຽບການ ຜົວດຽວ-ເມຍດຽວ. ໃນກໍລະນີມີການຢ່າຮ້າງກັນຕ້ອງໄດ້ຊອກຫາສາເຫດລະອຽດວ່າຜົວຜິດ ຫຼືເມຍຜິດ. ກໍລະນີຜົວຜິດແລະຂໍຢ່າຮ້າງເມຍຕ້ອງເສຍໃຫ້ເມຍແລະພີ່ນ້ອງທາງເມຍ 5 ຫົວ ໝາມແລະກໍລະນີເມຍເປັນຜູ້ຜິດທັງຂໍຢ່າຮ້າງຕ້ອງໄດ້ເສຍໃຫ້ຜົວຈຳນວນ 12 ໝັນຫົວໜາມ (ນີ້ແມ່ນຮີດຄອງໃນສະໄໝກ່ອນພຸ້ນ). ນອກນັ້ນແລ້ວ,ປະເພນີການສົ່ງສະການ
ຍັງມີຫຼາຍ ຂັ້ນຕອນ, ຖ້າມີການເສຍຊີວີດ, ເຂົາເຈົ້າກໍຈະຂຸດຂຸມເພື່ອຝັງສົບຄົນຕາຍ. ສ່ວນວ່າຮີດຄອງ ປະເພນີການເກີດລູກຂອງແມ່ຍິງເຜົ່າຢັ້ງແມ່ນເກີດລູກຢູ່ຕີນບ່ອນນອນຂອງ
ຄູ່ຜົວເມຍ. ຈາກນັ້ນ, ແລ້ວກໍຕ້ອງຢູ່ກຳເຊິ່ງໜ້າກັບເຕົາໄຟ, ເວລາເກີດລູກຈະມີແມ່ຂອງຜົວແລະແມ່ຂອງເມຍເປັນຜູ້ເບິ່ງແຍງຊ່ວຍເຫຼືອເປັນຢ່າງດີແລະຕ້ອງຢູ່ກຳເດືອນຮອດໜື່ງເດືອນ.

ເລື່ອງວັດທະນະທຳ, ເຄື່ອງດົນຕີ: ເຜົ່າຢັ້ງ, ບໍ່ມີກອນຂັບລຳເປັນຂອງເຜົ່າຕົນເອງ, ແຕ່ມີ ເຄື່ອງດົນຕີພື້ນເມືອງຂອງເຜົ່າຕົນເອງເຊັ່ນ: ສີຊໍ, ຄ້ອງ, ກອງຂັນ, ກະຈັບປີ່ ຍ້ອນວ່າ ເຜົ່າຢັ້ງເຊື່ອຖືບັນພະບູລູດຈື່ງມີໝໍດູ, ໝໍມໍ, ໝໍຜີແລະໝໍຢາພື້ນເມືອງເພື່ອເປັນທີ່ເພິ່ງທາງ ດ້ານຈິດໃຈຂອງຊາວບ້ານ. ອາຊີບຕົ້ນຕໍຂອງເຂົາເຈົ້າ, ເຮັດນາປູກເຂົ້າໜຽວແລະກໍ່ມີບາງ ບ້ານສະພາບທີ່ຕັ້ງບໍ່ອຳນວຍຈື່ງເຮັດໄຮ່, ເຮັດສວນ, ປູກພືດທາດແປ້ງ ເປັນຕົ້ນແມ່ນ, ມັນ, ເຜືອກ, ສາລີ. ນອກຈາກນີ້, ຍັງລ້ຽງສັດປະເພດຕ່າງໆທັງຊາຍແລະຍິງມີຄວາມຊຳນວນ ດ້ານຫັດຖະກຳຈັກສານຕໍ່າຫູກທໍ່ໄໝ, ຕີເຫຼັກ ແລະ ອື່ນໆ. ເພື່ອເປັນການປະກອບສ່ວນ ເພີ່ມລາຍໄດ້ໃຫ້ແກ່ຄອບຄົວ. ຊົນເຜົ່າຢັ້ງ, ກໍ່ແມ່ນອີກຊົນເຜົ່າໜື່ງທີ່ຍັງຮັກສາຮີດຄອງ ປະເພນີແລະວັດທະນະທຳອັນດີງາມຂອງເຜົ່າຕົນໄວ້ໄດ້. ນອກຈາກນັ້ນ, ຍັງມີການອານຸລັກ ແລະ ສົ່ງເສີມສິລະປະວັນນະຄະດີຂອງເຜົ່າພື້ນເມືອງ ຂອງເຜົ່າຕື່ມອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ