ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ ການ​ຊ່ວຍ​ເຫຼືອ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ມີ​ຄວາມ​ໂປ່​ງ​ໃສ​ແລະ​ຍຶດໝັ້ນ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ຫຼັກ
2014-12-17 15:33:34  cri 

ວັນ​ທື 16 ທັນວາ​ນີ້, ທ່ານ ເສິນ​ຕ່າ​ນຢາງ, ໂຄສົກກະຊວງ​ການຄ້າຈີນກ່າວ​ວ່າ, ການ​ຊ່ວຍ​ເຫຼືອ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນຍຶດ​ໝັ້ນ​ໃຫ້ມີ​ຄວາມ​ໂປ່​ງ​ໃສ​ແລະ​ມີການ​ຄຸ້ມ​ຄອງ​ຕາມ​ຫຼັກ​ວິທະຍາສາດ, ​ທັງຍຶດໝັ້ນ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ຫຼັກຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ຫວ່າງ​ມໍ່ໆ​ມານີ້, ບົດ​ງາຍ​ງານ​ສະບັບ​ໜຶ່ງຂອງ​ອົງການ​ຄົ້ນຄວ້າ​​ແຫ່ງ​ໜຶ່ງອາ​ເມ​ລິ​ກາ​ໄດ້ລາຍ​ງານ​ວ່າ, ​ເງິນກ້ອນ​ໃຫຍ່​ທີ່​ຈີນຊ່ວຍ​ເຫຼືອໃຫ້​ອາ​ຟຣິກາ​ນັ້ນ, ສ່ວນ​ຫຼາຍ​ແມ່ນ​ຖືກ​​ໃຊ້​ໃນ​ບ້ານ​ເກີດຂອງ​ຜູ້ນຳການ​ເມືອງ​ທ້ອງ​ຖິ່ນ. ຕໍ່​​ເລື່ອງ​ນີ້, ທ່ານ ເສິນ​ຕ່າ​ນຢາງ​ໄດ້​ຕອບ​ໂຕ້​ວ່າ, ການ​ຊ່ວຍ​ເຫຼືອ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ມີ​ຈຸດປະສົງ​ເພື່ອ​ຊ່ວຍ​ໃຫ້​ປະ​ເທດ​ທີ່​​ໄດ້ຮັບ​ການ​ຊ່ວຍ​ເຫຼືອ​ນັ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ແລະ​ປັບ​ປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້ດີ​ຂຶ້ນ, ຊຸກຍູ້​ການ​ພັດທະນາ​ແລະ​ຄວາມ​ກ້າວໜ້າ​ທາງ​ດ້ານ​ເສດຖະກິດ-ສັງຄົມ​ແລະ​ເພີ່ມ​ຄວາມ​ສາມາດ​​ໃຫ້​ແກ່​ປະ​ເທດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ມີ​ການພັດທະນາ​​ປະ​ເທດຕົນ. ​ເຊິ່ງ​ໃນ​ຮອບ 60 ປີມາ​ນີ້, ຈຸດປະສົງດັ່ງກ່າວ​ບໍ່​ມີ​ການ​ປ່ຽນ​ແປງ​ແຕ່​ຢ່າງ​ໃດ, ​ແລະ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ລະດັບ​ສູງ​ຈາກ​ລັດຖະບານ​ແລະ​ປະຊາຊົນ​​ຂອງ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ, ​ເຊິ່ງ​ຄວາມ​​ເຫັນຂອງອົງການ​ບາງ​ແຫ່ງ​​ໃນ​ບັນດາປະ​ເທດຕາ​ເວັນ​ຕົກ​ຖ້າ​ບໍ່​ແມ່ນ​ມີ​ຈຸດ ປະສົງ​ທີ່​ແອບ​ແຝງ​ຕ່າງຫາກ, ກໍ​ແມ່ນ​ບໍ່​ມີຫຼັກ​ຖານ​ອ້າງ​ອີງແຕ່​ຢ່າງ​ໃດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ