ການ​ຍຶດຄອງ​​ເຂດຈົ່ງ​ຫວນ​ໄດ້​ສ້າງຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​​ແກ່ຮົງ​ກົງ
2014-12-17 16:33:12  cri 
ວັນ​ທີ 16 ທັນວາ​ນີ້, ທ່ານ​ຕຸ​ງຈ້ຽນຮວາ, ຮອງ​ປະທານສະພາ​ປຶກສາ​ການ​ເມື​ອງປະຊາຊົນ​ແຫ່ງຊາດ​ຈີນ​​ໄດ້​ກ່າວ​ຢູ່ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງວ່າ, ການ​ຍຶດຄອງ​​ເຂດຈົ່ງ​ຫວນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​​ແກ່ຮົງ​ກົງ, ສັງຄົມຮົງ​ກົງ​ຄວນ​ຈົດຈຳ​ຜົນ​ກະທົບ​ແລະ​ປະສົບ​ການ​ຈາກຂະ​ບວນການ​ຜິດ​ກົດໝາຍດັ່ງກ່າວ​ນີ້.

ວັນ​ທີ 16 ທັນວາ​ນີ້, ທ່ານ​ຕຸ​ງຈ້ຽນຮວາ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ການ​ຍຶດຄອງ​​ເຂດຈົ່ງ​ຫວນ​ໄດ້​ສ້າງຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​​ແກ່​ຮົງ​ກົງ, ​ເຊິ່ງ​ໄດ້​ສົ່ງ​ຜົນ​ກະທົບ​ທີ່​ບໍ່​ເຄີຍ​ມີ​ມາ​ໃນ​​ເມື່ອ​ກ່ອນຕໍ່ຄວາມ​ເປັນ​ລະບຽບຮຽບຮ້ອຍ​ຂອງສັງຄົມ. ​ເຊິ່ງ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ​ຍາວ​ນານ​ແລະ​ໃນ​ບໍລິ​ເວນ​ທີ່​ກວ້າງຂວາງ. ສັງຄົມ​ຮົງ​ກົງ​ໄດ້​ສັງ​ເກດ​ເຫັນ​ຢ່າງ​ຈະ​ແຈ້ງວ່າ,​ ຄວາມ​ຈະ​ເລີ​ນຮຸງ​ເຮື່ອ​ງ​ແລະ​ສະຖຽນ​ລະ​ພາບ​ທີ່​​ໄດ້ຄຸ້ມ​ເຄີຍນັ້ນ, ບໍ່​​​ແມ່ນ​ວິວັດ​ການ​ຈະ ຕ້ອງ​ເປັນ​ໄປ, ​ແລະຈິດ​ໃຈການ​ປົກຄອງ​ຕາມ​ກົດໝາຍ​ທີ່ຮົງ​ກົງພາກພູມ​ໃຈ​ຫຼາຍ​ນັ້ນ​ກໍ​ຈະຖືກ​ກະທົບ​ຢ່າງ ໜັກໜ່ວງ, ສັງຄົມຮົງ​ກົງ​ຄວນ​ຈົດ​ຈຳ​ຜົນ​ກະ ທົບ​ແລະ​ປະສົບ​ການ​ຈາກຂະ​ບວນການ​ຜິດ​ກົດໝາຍດັ່ງກ່າວ​ນີ້, ທະນຸ​ຖະໜອມສະພາບ​ໃນປະຈຸ​ບັນ, ສາມັກຄີ​ກັນ, ທຳຄວາມພະຍາຍາມ​ອັນ​ຫຼາຍຂຶ້ນ ກວ່າ​ເກົ່າ​​ເພື່ອອະນາຄົດ​ຂອງ​ຮົງ​ກົງ.

ທ່ານ​ຕຸ​ງຈ້ຽນຮວາ​ເຫັນ​ວ່າ, ​ໃນ​ການ​ແກ້​ໄຂຂະ​ບວນການ​ຜິດ​ກົດໝາຍດັ່ງກ່າວ​ນີ້, ກອງ​ຕຳຫຼວດ​ຮົງ​ກົງ​ໄດ້​ສະ​ແດງ​ຄວາມ​ເກັ່ງ​ກ້າ​ສາມາດ​ແລະອາ​ລິຍະ​ທຳ​ຂອງ​ຕົນ​ເອງ, ​ເຊິ່ງສັງຄົມ​ຄວນ​ມີ​ຄວາມ​ພາກພູມ​ໃຈ​ຕໍ່​ເຂົາ​ເຈົ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ