ຈີນ​ຊ່ວຍ​ເຫຼືອຕ່າງປະ​ເທດ​ຢ່າງ​ເປີດ​ເຜີຍ, ​ໂປ່​ງ​ໃສ ​ແລະ​ຖື​ການ​ຊ່ວຍ​ເຫຼືອດ້ານຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ເປັນຫຼັກ
2014-12-17 16:53:10  cri 
    ວັນ​ທີ 16 ທັນວາ​ນີ້, ທ່ານ​ເສີນ​ຕ່າ​ນຢາງ, ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ຈີນຊ່ອຍ​ເຫຼືອຕ່າງປະ​ເທດ ​ດ້ວຍ​ການ​ຍຶດໝັ້ນຄວາມ​ເປີດ​ເຜີຍ​, ຄວາມໂປ່​ງ​ໃສ, ​ແລະ​ການ​ຄຸ້ມ​ຄອງ​ຕາມຫຼັກວິທະຍາສາດ, ພ້ອມ​ທັງ​ຖື​ເອົາ​ການ​ຊ່ວຍ​ເຫຼືອດ້ານຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນຫຼັກຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ.

    ໃນ​ກອງ​ປະຊຸມ​ຂ່າວຂອງ​ກະຊວງ​ການ​ຄ້າ​ຈີນ, ທ່ານ​ເສີນ​ຕ່າ​ນຢາງ​ກ່າວ​ວ່າ, ຈີນ​ຊ່ວຍ​ເຫຼືອຕ່າງປະ​ເທດ ​ໄດ້​ຍຶດໝັ້ນຖື​ເອົາ​ການ​ຊ່ວຍ​ເຫຼືອດ້ານຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນຫຼັກຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ. ການ​ທີ່​ສະໜັບສະໜູນ​ປະ​ເທດ​ພວມ​ພັດທະນາ​ອື່ນໆຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັ້ນ ​ແມ່ນ​ເນື້ອ​ໃນຕົ້ນຕໍ​ໃນ​ການ​ຊ່ວຍ​ເຫຼືອຂອງ​ຈີນ. ນັບ​ແຕ່​ປີ 2010 ຮອດ​ປີ 2012, ​ເງິນ​ຊ່ວຍ​​ເຫຼືອຕ່າງປະ​ເທດ​ຂອງ​ຈີນ ມີ​ເກືອບ 80% ​ໄດ້​ໃຊ້​ເຂົ້າ​ໃນ​ຂົງ​ເຂດ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແລະ​ພື້ນຖານ​ໂຄງ​ລ່າງ ​ເຊັ່ນ: ຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ສຶກສາ, ສາທາລະນະ​ສຸກ, ກິລາ, ວັດທະນະທຳ ​ແລະ​ຄົມມະນາຄົມ​ເປັນຕົ້ນ.

    ທ່ານ​ເສີນ​ຕ່າງ​ຢາງ​ກ່າວ​ເນັ້ນວ່າ, ຈີນ​ຊ່ວຍ​ເຫຼືອຕ່າງປະ​ເທດ​ນັ້ນ ​ໄດ້​ຍຶດໝັ້ນຄວາມ​ເປີດ​ເຜີຍ​ແລະ​ໂປ່​ງ​ໃສ, ​ການ​ປະຕິບັດ​ໂຄງການ​ຊ່ວຍ​ເຫຼືອທັງ​ໝົດ ລ້ວນ​ແຕ່​ດຳ​ເນີນ​ຢູ່​ປະ​ເທດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຢ່າງ​ເປີດ​ເຜີຍ, ລັດຖະບານ, ປະຊາຊົນ ​ແລະ​ສື່​ມວນ​ຊົນ​ຂອງ​ປະ​ເທດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອນັ້ນ ລ້ວນ​ແຕ່​ແມ່ນ​ສັກຂີ​ພິຍານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ