ວັກ​ແຊງ​ອີ​ໂບລາຊະ​ນິດ​ທຳ​ອິດ​ຂອງ​ຈີນ​ໄດ້​ຮັບ​ການ​ອະນຸມັດ​ນຳ​ໃຊ້​ເຂົ້າ​ໃນ​ການ​ທົນ​ລອງປິ່ນປົວ
2014-12-18 19:20:53  cri 
ກົມ​ໃຫຍ່​ພະລາທິການ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ, ວັກ​ແຊງ​ອີ​ໂບລາ​ທີ່​ຄົ້ນຄວ້າ​ຜະລິດ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ໂດຍ​ທີ​ມງານ​ປະດິດ​ສ້າງ​ທີ່​ນຳພາ​ໂດຍທ່ານ​ນາງ​ເສິນ​ເວີຍ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ໂຄງການ​ຊີວະ​ວິທະຍາ​ສະຖາ​ບັນ​ວິທະຍາສາດ​ແພດສາດ​ການ​ທະຫານ​ຈີນ​ໄດ້​ຮັບ​ການ​ອະນຸມັດ​ນຳ​ໃຊ້​ເຂົ້າ​ໃນ​ການ​ປິ່ນປົວ ​ເຊິ່ງ​ເຂົ້າ​ສູ່​ໄລຍະ​ການ​ທົດ​ລອງ​ດ້ວຍ​ຮ່າງກາຍ​ຄົນ. ນີ້​ແມ່ນ​ວັກ​ແຊງອີ​ໂບລາຊະ​ນິດ​ທີ​ສາມ​ທີ່​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ທົດ​ລອງ​ປິ່ນປົວ ​ເຊິ່ງຖັດຈາກ​ອາ​ເມ​ລິ​ກາ​ແລະ​ກາ​ນາ​ດາ.

ພາຍຫຼັງ​ຊ່ຽວຊານ​ດ້ານ​ຊີວະ​ວິທະຍາ 17 ທ່ານ​ເຊິ່ງ​ໃນ​ນັ້ນ​ລວມທັງ​ທ່ານ​ເສິນ​​ເປ​ເຟີ້​ນ ສະມາຊິກ​ສະ​ຖາ​ບັນວິສະວະກຳ​ຈີນ​ໄດ້​ພິຈາລະນາ​ປະ​ເມີນ​ຜົນ​ແລ້ວ​ເຫັນ​ວ່າ, ວັກ​ແຊງ​ອີ​ໂບລາ​ຂອງ​ຈີນ​ແມ່ນ​​ໄດ້​ນຳ​ໃຊ້​​ແຊນທີ່​ກາຍພັນ ຮຸ່ນ2014  ​ເຊິ່ງມີ​ຄຸນ​ລັກສະນະສາມາດ​ໝັ້ນຄົງ​ຢູ່​ໃນ​ສະພາ​ບ​ແວດ​ລ້ອມ​ທີ່​ມີ​ອຸນຫະພູມ 37 ອົງສາ​ໄດ້ ​ເປັນ​ເວລາ 2 ອາທິດຂຶ້ນ​​ໄປ. ສ່ວນ​ວັກ​ແຊງ​ອີ​ໂບລາ​ທີ່​ຕ່າງປະ​ເທດ​ກຳລັງ​ຄົ້ນຄວ້າ​ນຳ​ໃຊ້​ໃນ​ການ​ປິ່ນປົວ​ນັ້ນ​ລ້ວນ​ແຕ່​​ເປັນ​ວັກ​ແຊງທາດ​ແຫຼວຮຸ່ນ 1976, ຕ້ອງການ​ຮັກສາ​​​ແລະ​ຂົນ​ສົ່ງ​ພາຍ​ໃນ​ກໍລະນີ​ອຸນຫະພູມ ລົບ 80 ອົງສາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ