ຈີນ​ລະ​ນຶກ​ເຖິງທ່ານ​ກິມ​ເຈິ​ງອິນທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ສາຍ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ-ສປປ ​ເກົາຫຼີ
2014-12-18 10:45:11  cri 

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ທັນວາ​ນີ້, ທ່ານ​ສິນ​ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ, ຝ່າຍ​ຈີນ​ລະນຶກ​ເຖິງ​ທ່ານ​ເລຂາທິການ​ໃຫຍ່​ກິມ​ເຈິ​ງອິນທີ່​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ສາຍ​ພົວພັນ​ໄມ​ຕີຈິ​ດມິດຕະພາບ​ແລະ​ການ​ຮ່ວມ​ມື​ອັນ​​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ-ສປປ ​ເກົາຫຼີ, ຝ່າຍ​ຈີນຍິນ​ດີພະຍາຍາມ​ຮ່ວມ​ກັນ​ກັບ​ຝ່າຍ ສປປ ​ເກົາຫຼີ​ເພື່ອ​ຂະຫຍາຍ​ການ​ພົວພັນ​ໄມ​ຕີ​ຈິດ​ມິດຕະພາບ​​ແລະ​ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງສອງ​ປະ​ເທດ.

ມີ​ນັກ​ຂ່າວ​ຖາມ​​ໃນ​ກອງ​ປະຊຸມ​ຂ່າວວ່າ: ມື້​ນີ້​ແມ່ນ​ວັນ​ລະນຶກ​ເຖິງ​ທ່ານ​ກິມ​ເຈິ​ງອິນ, ອະດີດ​ຜູ້ນຳ ສປປ ​ເກົາຫຼີ​​ໄດ້ເຖິງ​ແກ່​ມໍລະນະກຳ​ຄົບຮອບ 3 ປີ, ຝ່າຍ​ຈີນ​ໄດ້​ເຂົ້າຮ່ວມ​ກິດຈະກຳ​​ໃນການລະນຶກ​ວັນ​ດັ່ງກ່າວ​ທີ່​ຈັດ​ຂຶ້ນຢູ່​​​ ສປປ ​ເກົາຫຼີ ຫຼື ຢູ່ສະຖານທູດ ສປປ ​ເກົາຫຼີປະຈຳ​ປະ​ເທດຈີນ ຫຼືບໍ່?

ທ່ານ​ສິນ​ກ່າງ ກ່າວ​ວ່າ: ມື້​ນີ້​ແມ່ນ​ວັນ​ລະນຶກ​ທ່ານ​ເລຂາທິການ​ໃຫຍ່​ກິມ​ເຈິ​ງອິນ​ເຖິງ​ແກ່​ກຳ​ຄົບຮອບ 3 ປີ, ປັດຈຸບັນ​, ຝ່າຍ​ຈີນ​ກໍ​​ໄດ້ລະນຶກ​ເຖິງ​ທ່ານ​ເລຂາທິການ​ໃຫຍ່​ກິມ​ເຈິ​ງອິນ​ທີ່​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການພົວພັນ​ໄມ​ຕີ​ຈິດ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ-ສປປ ​ເກົາຫຼີ. ຕອນ​ເຊົ້າມື້​ນີ້, ທ່ານຫຼິວຢິນຊ່ານ, ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ເດີນທາງ​ໄປ​ສະຖານທູດ ສປປ ​ເກົາຫຼີປະຈຳ​ປະ​ເທດຈີນ​ເພື່ອ​ເຂົ້າຮ່ວມ​ກິດຈະກຳ​ລະນຶກ​ທີ່​ກ່ຽວຂ້ອງ.

ນອກ​ຈາກ​ນີ້, ​ທ່ານ​ສິນ​ກ່າງ ​ໄດ້ກ່າວ​ຢ້ຳວ່າ, ຝ່າຍ​ຈີນຍິນ​ດີ​ພະຍາຍາມ​ຮ່ວມ​ກັນ​ກັບ​ຝ່າຍ ສປປ ​ເກົາຫຼີ, ​ເພື່ອ​ຂະຫຍາຍ​ການ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ສະ​ເຖ​ຍລະ​ພາບ​ຂອງ​ແຫຼມ​ເກົາຫຼີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ