ປະທານ​ຄະນະ​ກຳມະການ​ສະຫະພາບ​ເອີ​ລົບ​ກ່າວ​ວ່າ ການຊ່ວຍ​ເຫຼືອ​ຂອງ​ສະຫະພາບ​ເອີ​ລົບ​ຕໍ່​ອູ​ແກຣນ​ໄດ້​ເຂົ້າໃກ້​ກັບລະດັບ​ຄວາມ​ສາມາດສູງ​ສຸດ​ຢ່າງ​ເຕັມທີ່
2014-12-18 11:09:16  cri 
ວັນ​ທີ 17 ທັນວາ​ນີ້, ທ່ານ​ເຈັນ ຄລາວ​ເດີ ຈຸ​ງ​ເຄີ, ປະທານ​ຄະນະ​ກຳມະການ​ສະຫະພາບ​ເອີ​ລົບ​ໄດ້​ກ່າວ​ຢູ່​ລັດຖະສະພາ​ເອີ​ລົບ​ວ່າ, ການ​ຊ່ວຍ​ເຫຼືອ​ຂອງ​ສະຫະພາບ​ເອີ​ລົບ​ຕໍ່​ອູ​ແກຣນທີ່​ກຳລັງຕົກ​ຢູ່​ໃນ​ສະພາບ​ວິ​ກິດ​ການດ້ານ​ການ​ເມືອງ​ແລະ​ເສດຖະກິດ​ໄດ້​ເຂົ້າ​ໃກ້​ກັບ​ລະດັບ​ຄວາມ​ສາມາດສູງ​ສຸດ​ຢ່າງ​ເຕັມທີ່ແລ້ວ. ທ່ານ​ກ່າວ​ເນັ້ນ​ວ່າ, ສະຫະພາບ​ເອີ​ລົບ​ພຽງ​ແຕ່​ສາມາດ​ຊ່ວຍ​ເຫຼືອ​ອູ​ແກຣນພາຍ​ໃນ​ຂອບ​ເຂດ​ຄວາມ​ສາມາດ​ດ້ານ​ງົບປະມານຂອງຕົນ.

ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ລະດູ​ໜາວ​ຢູ່​ນະຄອນຫຼວງ​ບຣຸກ​ແຊນ​ຂອງ​ແບນ​ຊິກ​ແຕ່​ວັນ​ທີ 18 ຫາ​ວັນ​ທີ 19 ທັນວາ​ນີ້, ຊຶ່ງ​ມີວາລະ​​ແຕ່​ລະ​ມື້ລວມທັງ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ​ອູ​ແກຣນ. ທ່ານ​ເຈັນ ຄລາວ​ເດີ ຈຸ​ງ​ເຄີກ່າວ​ວ່າ, ປີ​ນີ້, ສະຫະພາບ​​ເອີ​ລົບ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ການ​​ເງິນສອງ​ງວດ​ແກ່​ອູ​ແກຣນຕາມ​ລຳ​ດັບ​ຊຶ່ງມີມູນຄ່າເຖິງ 1 ຕື້ 360 ລ້ານ​ເອີ​ໂຣ, ຖ້າ​ການ​ປະຕິ​ຮູບ​ດ້ານ​ການ​​ເມືອງ​ຂອງ​ອູ​ແກຣນ​​ມີ​ສະພາບທ່າ​ອ່ຽງດີ​ຂຶ້ນ, ​ໃນ​ປີໜ້າ, ສະຫະພາບ​ເອີ​ລົບ​ຈະ​ເພີ່ມ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ອີກ​ງວດ​ໜຶ່ງ​ທີ່​ເປັນ​ງວດ​ທີສາມ​ໃຫ້​ແກ່​ອູ​ແກຣນຊຶ່ງ​ມີ​ມູນ​ຄ່າ​ເຖິງ 250 ລ້ານ​​​ເອີ​ໂຣ.

ບົດ​ລາຍ​ງານ​ປະ​ເມີນ​ເສດຖະກິດອູແກຣນຂອງອົງການ​ກອງ​ທຶນ​ເງິນຕາ​ສາກົນຫຼື IMF ​ເຫັນ​ວ່າ, ອູ​ແກຣນຕ້ອງການ​ຄວາມຊ່ວຍ​ເຫຼືອ​ທີ່​ມີ​ມູນ​ຄ່າ​ເຖິງ 15 ຕື້​​ເອີ​ໂຣ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ