ຈີນ​ຈະຍົກ​ລະດັບ​​ການ​ເຊື່ອມ​ຈອດ​ກັນ​ກັບ​ອາຊຽນ ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ຍົກ​ລະດັບເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ
2014-12-18 19:23:07  cri 
ວັນ​ທີ 19 ທັນວາ​ນີ້, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນຈະ​ເດີນທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງທີ່​ຈະ​ຈັດ​ຂຶ້ນ​ຢູ່​ໄທ, ​ເພື່ອຮອດ​ເວລາ​ນັ້ນ, ຈີນ​ຈະ​ອາດ​ຈະ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ທາງ​ລົດ​ໄຟ​ກັບ​ໄທ, ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ໃນ​ຂົງ​ເຂດ​ການ​ເຊື່ອມ​ຈອດ​ກັນ​ຕື່ມ​ອີກ.

ອົງການ​ທາ​ງລົດ​ໄຟ​ຄຸນ​ໝິງຂອງ​ຈີນ​ໃຫ້​ຮູ້​ໃນ​ວັນ​ທີ 17 ທັນວາ​ນີ້​ວ່າ, ​ແຂວງ​ຢຸນນານ​ຂອງ​ຈີນ​ພວມ​ຊຸກຍູ້​ການ​ສ້າງ​ທາງ​ລົດ​ໄຟ​ຂ້າມ​​ແດນ​ແຕ່​ແຂວງ​ຢຸນນານ​ໄປ​ຫາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ 4 ສາຍ​ຢ່າງຮອບ
ດ້ານ, ຄື​: ທາງ​ລົດ​ໄຟ​ຈີນ-ຫວຽດນາມ, ທາງ​ລົດ​ໄຟຈີນ-ລາວ, ທາງ​ລົດ​ໄຟ​ຈີນ​-ມຽນມາ, ​ແລະທາງ​ລົດ​ໄຟຈີນ-ມຽນມາ-ອິນ​ໂດ​ເນ​ເຊຍ. ໃນ​ນັ້ນ, ທາງ​ລົດ​ໄຟ​​ແຕ່​ນະຄອນ​ຄຸນ​ໝິງໄປ​ຫາ​​ເມືອງ​ເຫີ​ໂຂ​ວທີ່​ເປັນ​ທາງ​ລົດ​ໄຟ​ຂ້າມ​ຊາຍ​ແດນ​ທີ່​ໄດ້​ມາດຕະຖານສາຍ​ທຳ​ອິດ​ຂອງ​ຈີນ​ໄດ້​ເລີ່​ມດຳ​ເນີນງານ​ຢ່າງຮອບດ້ານ​ແລ້ວ.

​ໃນ​ຂົງ​ເຂດ​ທາງ​ຫຼວງ, ການ​ເຊື່ອມ​ຈອດກັນ​ດ້ານ​ທາງ​ດ່ວນ​ລະຫວ່າງ​ເຂດ​ກວາງຊີ​ຂອງ​ຈີນ-ອາ​ຊຽນ​ໄດ້​ມີ​ເຖິງ 4 ສາຍ​ແລ້ວ​. ນອກ​ນີ້, ​ແຂວງ​ຢຸນນານ​ກໍ່​ໄດ້​ພະຍາຍາມ​ສ້າງ​ຕາໜ່າງທາງ​ດ່ວນ "ຂ້າມ​ແດນ 4 ສາຍ" ​ໂດຍ​ແມ່ນ​ນະຄອນ​ຄຸນ​ໝິງ​ເປັນ​ໃຈກາງ. ທາງ​ດ່ວນ​ຂ້າມ​​ແດນ 4 ສາຍ​ດັ່ງກ່າວແມ່ນ: ທາງ​ດ່ວນແຕ່​ນະຄອນ​ຄຸນ​ໝິງ​ໄປ​ຫາ​ນະຄອນຫຼວງ​ບາງ​ກອກ​ຂອງ​ໄທ, ​ທາງ​ດ່ວນແຕ່​ນະຄອນ​ຄຸນ​ໝິງ​​ໄປ​ຫາ​ນະຄອນຫຼວງ​ຮ່າ​ໂນ້ຍ​​​ແລະຮາ​ຍຟອງ​ຂອງ​ຫວຽດນາມ, ທາງ​ດ່ວນ​ແຕ່​ຈີນ​ໄປ​ຫາ​ມິດ​ຄີ​ນາ​ຂອງ​ມຽນມາ​​​ແລະທາງ​ດ່ວນແຕ່​ຈີນ​ໄປ​ຫາມານ​ເດີ​ລາ​ຂອງມຽນມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ