ນະຄອນຫຼວງວຽງຈັນ ຄວ້າອີກ 1 ຫຼຽນຄຳ ກິລາຄາຣາເຕໂດ ປະເພດຕໍ່ສູ້ຍິງ - 57 ກິໂລ ມາຄອງຢ່າງສຳເລັດ.
2014-12-18 18:44:12  cri 

ພິທີມອບຫລຽນໄດ້ຈັດຂື້ນໃນຕອນແລງວັນທີ 18 ທັນວານີ້, ທີ່ເດີ່ນກິລາມວຍ ສະໝາມກິລາ ແຂວງອຸດົມໄຊ. ໃຫ້ກຽດມອບໂດຍທ່ານ ຄຳຫຼ້າ ລິ້ງນະສອນ ເຈົ້າແຂວງ ແຂວງອຸດົມໄຊ, ພ້ອມດ້ວຍ ທ່ານ ພູທອນ ໄຊຍະແສງ ແລະ ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍ ມວນຊົນ ແຂວງອຸດົມໄຊເຂົ້າຮ່ວມ.

ໃນງານມະຫາກໍາກິລາຄັ້ງນີ້, ມີປະເພດ ນໍ້າໜັກ - 50 ກິໂລ, ຫຼຽນຄໍາເປັນຂອງ ນາງ ນິນທິດາ ຈາກນະຄອນຫຼວງວຽງຈັນ, ຫຼຽນເງິນເປັນຂອງ ນາງ ແອນນາ ກັນຫາໄຊຍະວົງ, ຈາກຈຳປາສັກ ແລະ ຫຼຽນທອງຮ່ວມ ນາງ ລີນາ ສຳດວງເດັ່ນຈາກແຂວງສະຫວັນນະເຂດ ແລະ ນຳຖະໝອມ ວິລະວົງ ເຈົ້າພາບແຂວງອຸດົມໄຊ.

ກິລາຄາຣາເຕໂດ ມີຊີງ 5 ຫຼຽນຄຳ ຄື: ຟ້ອນກະຕະຊາຍ-ຍິງ, ປະເພດຕໍ່ສູ້ຍິງ -48 ກິໂລ, ປະເພດຕໍ່ສູ້ຊາຍ + 75 ກິໂລ, ປະເພດ -57 ກິໂລຍິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ