ຝ່າຍ​ຈີນ​ເຫັນ​ວ່າ ການ​ເຈ​ລະ​ຈາຮອບດ້ານ​ກ່ຽວ​ກັບ​ບັນຫາ​ນິວ​ເຄລຍຂອງ​ອີຣານ​ຮອບ​​ໃໝ່​ມີ​ລັກສະນະ​ຕິດ​ແທດ​ກັບ​ຕົວ​ຈິງ ​ແລະ​ມີ​ປະສິດທິ​ຜົນ
2014-12-18 18:58:09  cri 

ຕອນ​ຄໍ່າ​ວັນ​ທີ 17 ທັນວາ​ນີ້, ການ​ເຈ​ລະ​ຈາ​ຮອບ​ດ້ານ​ກ່ຽວ​ກັບ​ບັນຫານິວ​ເຄລຍຂອງ​ອີຣານຮອບ​ໃໝ່ລະຫວ່າງ​ອີີຣານກັບ 6 ປະ​ເທດ​ບັນຫາ​ນິວ​ເຄລຍອີຣານ ຄື ອາ​ເມ​ລິ​ກາ, ອັງກິດ, ຝຣັ່ງ, ຣັດ​ເຊຍ, ຈີນ ​ແລະ​ເຢຍລະ​ມັນ ​ໄດ້​ອັດ​ລົງ​ຢູ່​ນະຄອນ​ເຊີ​ແນ​ວຂອງ​ສະ​ວິສ. ທ່ານຫວາງຊູນ, ຫົວໜ້າ​ກົມ​ຄວບ​ຄຸມ​ກໍາລັງຮົບກະຊວງ​ກາ​ນຕ່າງປະ​ເທດ​ຈີນ​ທີ່​ນໍາພາ​ຄະນະ​ເຂົ້າ​ຮ່ວມ​ການ​ເຈ​ລະຈາ​ຮອບນີ້ ກ່າວ​ວ່າ, ການ​ເຈລະຈາ​ຮອບ​ນີ້​ໄດ້​ດໍາ​ເນີນ​ໄປ​ຢ່າງເຄັ່ງຕຶງ, ມີ​ລັກສະນະຕິດ​ແທດ​ກັບ​ຕົວ​ຈິງ ​ແລະ​​ມີ​ປະສິດ​ທິຜົນທີ່​ອຸດົມສົມບູນ.

ທ່ານ​ຫວາງ​ຊູນ​ກ່າວ​ວ່າ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຄວນທະນຸຖະໜອ​ມທ່າ​ອ່ຽງທີ່​ດີ​ຂອງ​ການ​ເຈ​ລະຈາ​ໃນ​ປັດຈຸບັນ, ຍຶດໝັ້ນ​ໃນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ທີ່​ໄດ້​ບັນລຸ​ໃນ​ໄລຍະທີ່​ຜ່ານ​ມາ, ​ເອົາ​ໃຈ​​ໃສ່​​ແລະຫຼຸດຜ່ອນ​ຂໍ້ຂັດ​ແຍ້​ງກັນ ​ແລະທໍາ​ການ​ຕົກລົງ​ດ້ານ​ການ​ເມືອງ​ໂດຍ​ໄວ. ພວກ​ເຮົາ​ກໍ​ຫວັງ​ວ່າ ​ແນວ​ຄິດ​ແລະ​​ແຜ​ນການ​ທີ່​ກ່ຽວ​ຂ້ອງກັບການ​ແກ້​ໄຂ​ບັນຫາ​ຈຸດ​ສຸມ​​ທີ່​ຈີນ​ສະ​ເໜີ​ອອກ​ມາ​​ໃນ​ການ​ເຈ​ລະ​ຈາ​ຮອບ​ກ່ອນ​ນັ້ນ ຈະ​ມີ​ຜົນ​ດີ​ຕໍ່​ການ​ຫຼຸດຜ່ອນ​ຂໍ້​ຂັດ​ແຍ້​ງກັນຕື່ມ​ອີກ ​ແລະ​ບັນລຸ​ສັນຍາ​ຮອບດ້ານ​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໂດຍ​ໄວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ