ອາ​ເມ​ລິ​ກາ​ແລະ​ກູ​ບາ​ປະກາດ​ເລີ່​ມດຳ​ເນີນ​ວິວັດທະນາ​ການ​ຫັນ​ເປັນປົກກະຕິ​ແຫ່ງການ ພົວພັນລະຫວ່າງສອງປະເທດ
2014-12-18 11:43:52  cri 

ຕາມຂ່າວ CRI: ວັນ​ທີ 17 ທັນວານີ້, ທ່ານບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ແລະ​ທ່ານ​ຣາອູ​ນ ກາສ​ໂຕຣຣຸສ, ປະທານສະພາ​ແຫ່ງ​ລັດ​ທັງ​ເປັນ​ປະທານ​ສະພາ​ລັດຖະມົນຕີ​ຂອງ​ກູ​ບາ​ຕ່າງ​ກໍ​ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ປະກາດ​ວ່າ​ຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຟື້ນ​ຟູ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ.

ທ່ານໂອ​ບາ​ມາ​ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ທຳນຽບຂາວ​ໃນ​ມື້​ດຽວ​ກັນ​ວ່າ, ອາ​ເມ​ລິ​ກາ​ຈະ​ຍົກ​ເລີກ​ນະ​ໂຍບາຍທີ່ "ຫຼ້າ​ສະ​ໄໝ​ແລ້ວ" ທີ່​ໄດ້​ດຳ​ເນີນມາ​ເປັນ​ເວລາ​ເຄິ່ງສະຕະ​ວັດທີ່​ມີ​ຕໍ່​ກູ​ບາ, ​ແລະຫັນ​ມາ​ສະ​ແຫວ​ງຫາ "ບົດ​ຄວາມ​ໃໝ່" ​ແຫ່ງ​ການ​ເລີ່​ມຕົ້ນການ ພົວພັນລະຫວ່າງສອງປະເທດ.

ວັນ​ທີ 17 ທັນວາ​ນີ້, ທ່ານ ກາສ​ໂຕຣຣຸສໄດ້​ກ່າວຄຳ​ປາ​ໄສ​ໂດຍ​ຜ່ານ​ທາງ​ໂພ​ລະ​ພາບ​ວ່າ, ທ່ານ​ໄດ້​ປຶກສາ​ຫາລື​ຜ່ານ​ທາງໂທລະສັບ​ກັບ​ທ່ານໂອ​ບາ​ມາ​ໃນ​ວັນ​ທີ 16 ທັນວາ​ນີ້, ​ເຊິ່ງສອງ​ຝ່າຍ​ເຫັນ​ດີ​ວ່າ​ຈະ​ໃຊ້​ມາດ​ຕະການ​ຕ່າງໆ​ເພື່ອ​ຟື້ນ​ຟູການ​ພົວພັນ​ສອງ​ຝ່າຍຄືນ​ສູ່​ປົກກະຕິ​ໂດຍ​ໄວ​ພາຍ​ໃຕ້​ກອບ​ກົດ ໝາຍ​ສາກົນ​ແລະ​ກົດ​ບັດ​ສະຫະ​ປະຊາ​ຊາດ.​

ໃນ​ມື້​ດຽວ​ກັນ, ທ່ານ ບັນ​ກີ​ມູນ, ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທ້າຍ​ປີ 2014 ນີ້​ວ່າ, ອາ​ເມ​ລິ​ກາ​ແລະ​ກູ​ບາ​​ໄດ້ປະກາດ​ຈະດຳ​ເນີນ​ການ​ປຶກສາ​ຫາລື​ກັນ​ເພື່ອ​ຟື້ນ​ຟູ​ສາຍ​ພົວພັນ​ທາງ​ການ​ທູດລະ ຫວ່າງສອງປະເທດນັ້ນແມ່ນ​ຄວາມ​ຄືບ​ໜ້າ​ທີ່ດີ, ຫວັງ​ວ່າ​ປະຊາຊົນ​ສອງ​ຊາດ​ຈະສາມາດ​ເປີດ​ກວ້າງ​ການ​ແລກປ່ຽນ​​ເຊິ່ງກັນ​ແລະກັນ​ຕື່ມອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ