ສະພາ​ຄວາມ​ໝັ້ນຄົງ​​ສະຫະ​ປະຊາ​ຊາດ​​​ແກ່ຍາວ​ເວລາ​ການ​ມອບ​ສິດ​ໃນ​ການ​ສະໜອງ​ການ​ຊ່ວຍ​ເຫຼືອ​ຂ້າມ​ຊາຍ​ແດນຕໍ່​ຊີຣີ
2014-12-18 11:53:47  cri 
ວັນ​ທີ 17 ທັນວາ​ນີ້, ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ມະຕິຢ່າງເປັນ​ເອກະສັນ​ກັນ​ວ່າ, ຈະ​​​ແກ່ຍາວເວລາ​ 1 ປີ​​ໃນການ​ມອບ​ສິດ​ກ່ຽວ​ກັບ​ການ​​ຂ້າມ​ຊາຍ​ແດນສະໜອງ​ການ​ຊ່ວຍ​ເຫຼືອ​ຕໍ່​ຊີຣີຂອງ​ອົງການ​ມະນຸດສະທຳ​ສະຫະ​ປະຊາ​ຊາດພ້ອມ​ຄູ່​ປະຕິບັດ​ງານໃຫ້​ໄປຮອດ​ວັນ​ທີ 10 ​ມັງກອນ​ປີ 2016.​

ໃນ​ມະຕິ​ໄດ້ລະບຸ​ໄວ້ວ່າ, ພາຍ​​ໃຕ້​ສະພາບ​ການ​ທີ່​ອົງການ​ມະນຸດສະທຳ​ຂອງສະຫະ​ປະຊາ​ຊາດ​​ແລະ​ອົງການ​ປະຕິບັດ​ງານ​ທີ່​ກ່ຽວຂ້ອງ​ໄດ້​ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ຊີຣີຊາບ, ນອກຈາກ​ເສັ້ນທາງ​ທີ່​ກຳລັງນຳ​ໃຊ້​ແລ້ວ, ອົງການ​ດັ່ງກ່າວ​ຍັງ​ສາມາດ​ນຳ​ໃຊ້​ເສັ້ນທາງ​ທີ່​​ແລ່ນກາຍບ່ອນ​ປະ​ທະ​ກັນ​ແລະ​ດ່ານ​ຊາຍ​ແດນລະ ຫວ່າງຊີຣີກັບຕວກກີ, ອີຣັກ​ແລະຊັອກດາ​ນີ 4 ​ແຫ່ງ, ​ເພື່ອ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ມະນຸດສະທຳ​ໄປ​ຮອດ​​ແຫ່ງ​ຕ່າງໆ​ຂອງຊີຣີ.​​

ມະຕິຍັງ​ໄດ້​ລະບຸ​ໄວ້ວ່າ, ພາຍຫຼັງສະພາ​ຄວາມ​ໝັ້ນຄົງ​ໄດ້​ຮັບຮອງ​ມະຕິ​ທີ່​ກ່ຽວຂ້ອງ​​ໃນ​ເດືອນ​ກໍລະກົດ​ປີ​ນີ້ແລ້ວ, ​ສະຫະ​ປະຊາ​ຊາດ​​​ແລະຄູ່​ປະຕິບັດ​ງານ ໄດ້​ຂ້າມ​ຜ່ານ​ຊາຍ​ແດນ​ແລະ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ມະນຸດສະທຳ​​ໄປ​ຮອດ​ເຂດ​ຫ່າງ​ໄກ​ສອກຫຼີກ​ຢູ່​ແຂວງ ອາ​ເລັບ​ໂປ, ອີ​ດິບ​ ແລະ ລາ​ຕາ​ເກ​ຍ ຂອງ​ຊີຣີ, ​ແຕ່​ປະຊາຊົນ​ທີ່ຢູ່ ເຂດ​ຫ່າງ​ໄກ​ສອກຫຼີກ​​ແລະ​ເຂດ​ທີ່​ຖືກ​ປິດ​ລ້ອມ​ສ່ວນ​ຫຼາຍ​ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອໄດ້ຍາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ