ເຂົ້າຊອຍອາຫານແຊບ ຈາກແຂວງ ອຸດົມໄຊ
2014-12-18 14:22:16  cri 



ເຫຼືອອີກບໍ່ເທົ່າໃດວັນ, ງານມະຫະກຳກິລາແຫ່ງຊາດຄັ້ງທີ 10 ກໍຈະປິດສາກລົງ, ຊຶ່ງມາຮອດປັດຈຸບັນ ນະຄອນຫຼວງວຽງຈັນ ຍັງຄົງເປັນອັນດັບໜຶ່ງຂອງຕາຕະລາງທີ່ສາມາດຄວ້າຫຼຽນລາງວັນໄດ້ຫຼາຍກວ່າ​ໝູ່, ສ່ວນ ເຈົ້າພາບແຂວງ ອຸດົມໄຊ ຍັງອີກ 10 ຫຼຽນກໍຈະຮອດ 25 ຫຼຽນຄຳທີ່ຕັ້ງເປົ້າໝາຍໄວ້ໃນງານແຂ່ງ ຂັນຄັ້ງນີ້. ງານກິລາແຫ່ງຊາດຄັ້ງທີ 10 ຖືເປັນຄັ້ງປະຫວັດສາດທີ່ແຂວງ ອຸດົມໄຊໄດ້ຮັບກຽດ ເປັນ ເຈົ້າພາບ, ຊຶ່ງກໍເຫັນວ່າການຈັດງານ​ແມ່ນເຮັດໄດ້ດີພໍສົມຄວນ, ທີ່ໂດດເດັ່ນ ແມ່ນເລື່ອງການຄຸ້ມຄອງລາ ຄາສິນຄ້າອາຫານ, ຊຶ່ງເຈົ້າພາບເອງໄດ້ມີການຄຸ້ມເຂັ້ມເປັນພິເສດ, ຫ້າມບໍ່ໃຫ້ມີການສວຍ ໂອກາດ ຂື້ນລາຄາ, ຊຶ່ງຕາມທັດສະນະຂອງຜູ້ທີ່ມາຮ່ວມງານກິລາ ບໍ່ວ່າຈະເປັນນັກກິລາ ແລະ ນັກຂ່າວ ຫຼື ຄະນະ ກຳມະການອື່ນໆ ກໍໄດ້ຍ້ອງວ່າການຄຸ້ມຄອງລາຄາ ອາຫານຂອງເຈົ້າພາບແມ່ນ ເຮັດໄດ້ດີຫຼາຍ, ເວົ້າເຖີງເລື່ອງ ອາຫານ, ແຂວງ ອຸດົມໄຊ ມີອາຫານທີ່ໂດດເດັ່ນ ແລະ ແຊບທີ່ສຸດ ນັ້ນກໍແມ່ນ ເຂົ້າ ຊອຍ, ເຈົ້າຂອງຮ້ານອາຫານປີ້ງແຊບ ຢູ່ ໃກ້ກັບສະໜາມກິລາແຂວງ ອຸດົມໄຊ ເວົ້າສູ່ນັກຂ່າວ CRI ວ່າ: ແຂວງ ອຸດົມໄຊ ແມ່ນມີອາຫານທີ່ແຊບ, ນັ້ນກໍແມ່ນ ເຂົ້າຊອຍ ຊຶ່ງຖືວ່າເກືອບທຸກຄົນທີ່ມາແຂວງ ອຸດົມໄຊ ເມື່ອຕ້ອງການຮັບປະທານອາຫານ ສ່ວນຫຼາຍກໍຈະເລືອກສັ່ງເຂົ້າຊອຍ, ເພາະເປັນເອກະລັກ ແລະ ມີຄວາມແຊບຊ້ອຍ, ເຂົ້າຊອຍ ແມ່ນເຮັດດ້ວຍແປ້ງ, ມາບີບໃຫ້ເປັນເສັ້ນຍາວ, ແຕ່ມີຄວາມອ່ອນ, ເມື່ອເອົານ້ຳຮ້ອນມາຖອກໃສ່ກໍຈະສາມາດຮັບປະທານໄດ້ເລີຍ, ເຂົ້າຊອຍມີຄວາມ ແຕກຕ່າງຈາກ ເຝີ ຫຼື ເຂົ້າປຽກ ນັ້ນກໍເພາະວ່າ ເຂົ້າຊອຍຈະມີເຄື່ອງປຸງພິເສດນັ້ນກໍແມ່ນທີ່ເຮັດມາປະສົມ ກັບເສັ້ນເຂົ້າຊອຍ ແລະ ຈະມີຄວາມແຊບ, ສະນັ້ນ ເຂົ້າຊອຍ ຈຶ່ງເປັນອາຫານເດັດຂອງແຂວງ ອຸດົມໄຊ.

ທ້າວ ແກ້ວປະເສີດ ໜຶ່ງໃນທີມງານນັກຂ່າວຈາກ CRI ທີ່ເດີນທາງເກັບກຳຂ່າວ ຢູ່ ແຂວງ ອຸດົມໄຊ ໄດ້ເວົ້າວ່າ: ເປັນຄັ້ງທຳອິດທີ່ໄດ້ເດີນທາງມາແຂວງ ອຸດົມໄຊ, ຊຶ່ງແຂວງ ອຸດົມໄຊ ແມ່ນມີທິວທັດທີ່ສວຍງາມ, ແລະ ຍັງມີອາຫານແຊບ ນັ້ນກໍຄື ເຂົ້າຊອຍ, ທີ່ຕົນເອງໄດ້ກິນແລ້ວ ຮູ້ສຶກແຊບຫຼາຍ ແລະ ທຸກໆຄັ້ງເວລາກິນເຂົ້າ ຕົນເອງກໍຈະສັ່ງເຂົ້າຊອຍມາກິນທຸກຄັ້ງ ເນື່ອງຈາກ ແຊບ ແລະ ລາຄາກໍບໍ່ແພງ.

ຄະນະກຳມະການຄຸ້ມຄອງ ບ່ອນພັກ ແລະ ອາຫານ ໃນງານກິລາແຫ່ງຊາດຄັ້ງທີ 10 ໃຫ້ຮູ້ວ່າ: ງານກິ ລາຄັ້ງນີ້, ທາງແຂວງ ໄດ້ເອົາໃຈໃສ່ເຂັ້ມງວດ ໃນການຮັບປະກັນເລື່ອງອາຫານ, ໂດຍກ່ອນຈະ ເລີ່ມການແຂ່ງຂັນກິລາ ທາງພະແນກສາທາລະນະສຸກແຂວງ ກໍໄດ້ລົງກວດກາບັນດາຮ້ານອາຫານ, ເພື່ອຮັບປະກັນບໍ່ໃຫ້ມີອາຫານເປັນພິດເກີດຂື້ນ. ພ້ອມດຽວກັນຍັງໄດ້ກວດກາບັນດາຕະຫຼາດ ໂດຍໄດ້ພົບເຫັນການໃສ່ສານຟໍລະມິນໃນຊີ້ນສັດ, ແລະ ຄຸ້ມເຂັ້ມເລື່ອງລາຄາອາຫານ ຫ້າມບໍ່ໃຫ້ມີ ການສວຍໂອກາດຂື້ນລາຄາ ເພື່ອຮັບປະກັນໃຫ້ງານມະຫາກິລາແຫ່ງຊາດ ຄັ້ງທີ 10 ນີ້ມີຄວາມເປັນລະ ບຽບຮຽບຮ້ອຍ ແລະ ມີຜົນສຳເລັດຢ່າງຈົບງາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ