​ເຈົ້າພາບ ກວາດ 4 ຫລຽນຄຳ ຈາກກິລາເຕັນນິດສ໌ໃນ ອຸດົມໄຊເກມ
2014-12-18 14:23:54  cri 
ເຈົ້າພາບແຂວງອຸດົມໄຊ ສະແດງຄວາມຍ່ິງໃຫຍ່ໃນປະເພດກິລາເຕັນນິດສ໌ ໃນອຸດົມໄຊເກມ ຫລັງກວາດມາໄດ້ 4 ຫລຽນຄຳ,1 ຫລຽນເງິນ ແລະ 3 ຫລຽນທອງ ໂດຍມີນັກກິລາເກືອບ 50 ຄົນ, ຍິງ 13 ຄົນຈາກກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງປ້ອງກັນຄວາມສະຫງົບ, ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແຂວງອຸດົມໄຊ, ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງຈຳປາສັກ ເພື່ອຊີງ​ 7 ຫລຽນ​ຄຳ​ ໃນ 7 ລາຍການ ຄື ດ່ຽວ​ຍິງ​-ຊາຍ,ຄູ່ຍິງ-ຊາຍ,ທີ​ມຍິງ-ຊາຍ ​ແລະ ຄູ່​ປະສົມ.

ຜົນການແຂ່ງຂັນ: ຍິງດ່ຽວ ອຸດົມໄຊ ໄດ້ຫລຽນຄຳ, ສະຫວັນນະເຂດ ໄດ້ຫລຽນເງິນ ແລະ ກະຊວງພະ ລັງລານ-ບໍ່ແຮ່ ແລະ ນະຄອນຫລວງວຽງຈັນ ໄດ້ຫລຽນທອງຮ່ວມ. ຊາຍດ່ຽວ: ອຸດົມໄຊໄດ້ ຫລຽນຄຳ, ກະຊວງພະລັງງານ-ບໍ່ແຮ່ ໄດ້ຫລຽນເງິນ,ແຂວງວຽງຈັນ ແລະ ສະຫວັນນະເຂດ ໄດ້ຫລຽນທອງຮ່ວມ. ທີມຍິງອຸດົມໄຊ ໄດ້ຫລຽນຄຳ, ສະຫວັນນະເຂດ ໄດ້ຫລຽນເງິນ,ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຫລຽນທອງ. ທີມຊາຍ:ກະຊວງພະລັງານ ແລະ ບໍ່ແຮ່ ໄດ້ຫລຽນຄຳ, ສະຫວັນນະເຂດ ໄດ້ຫລຽນເງິນ,ອຸດົມໄຊ ແລະຈຳປາສັກ ໄດ້ຫລຽນທອງ. ຍິງຄູ່:ສະຫວັນນະເຂດ ໄດ້ຫລຽນຄຳ, ກະຊວງພະລັງານ ແລະ ບໍ່ແຮ່ ໄດ້ຫລຽນເງິນ ແລະ ອຸດົມໄຊ ໄດ້ຫລຽນທອງ. ຊາຍຄູ່:ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຫລຽນຄຳ, ອຸດົມໄຊ ໄດ້ຫລຽນເງິນ,ຈຳປາສັກ ແລະ ກະຊວງປ້ອງກັນ ຄວາມສະຫງົບ ໄດ້ຫລຽນທອງຮ່ວມ ແລະ ຄູ່ປະສົມ: ອຸດົມໄຊ ໄດ້ຫລຽນຄຳ,ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຫລຽນເງິນ,ສະຫວັນນະເຂດ ແລະ ອຸດົມໄຊ ໄດ້ຫລຽນທອງຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ