ແຂວງອັດຕະປື ຄ້ວາອີກ 1 ຫຼຽນຄຳ ແລະ 1 ຫລຽນທອງ ຈາກກິລາມວຍຟ້ອນຊາຍດ່ຽວ ແລະ ຍິງດ່ຽວ ທີ່ອຸດົມໄຊເກມ.
2014-12-18 14:56:09  cri 

ເປີດສາກການແຂ່ງຂັນ ໃນມື້ທຳອິດຂອງກິລາມວຍຟ້ອນ ໃນງານມະຫາກຳກິລາແຫ່ງຊາດ ທີ່ແຂວງອຸດົມໄຊ.

ວັນທີ 17ທັນວາ​ນີ້, ທີ່ເດີ່ນມວຍ ສະໝາມກິລາອຸດົມໄຊ, ໄດ້ມີການຊີງຫຼຽນຄຳ ປະເພດມວຍຟ້ອນ 2 ລາຍການ, ຜົນການແຂ່ງຂັນ: ທ້າວ ພິລາວັນ ຈັນທະກາລີ ນັກກິລາຊາຍ ຈາກແຂວງອັດຕະປື ຄວ້າຫລຽນຄຳໄປຄອງ ໃນລາຍການແຂ່ງຂັນມວຍຟ້ອນຊາຍດ່ຽວ. ທີ່ໂຊລີລາ ດ້ວຍການຟ້ອນລ້າຍສິລະປະມວຍ, ທັກສະຢ່າງຄ່ອງແຄ້ວ ແລະ ເໜືອຄູ່ແຂ່ງຢ່າງຂາດລອຍ ເຮັດໃຫ້ແຂວງອັດຕະປື ກາຍເປັນເຈົ້າຂອງຫລຽນຄຳ ປະເພດມວຍຟ້ອນຊາຍດ່ຽວໄປດ້ວຍຄແນນເຕັມ 100 ຄະແນນ, ຮອງຊະນະເລີດ: ນັກກິລາຈາກແຂວງສະຫວັນນາເຂດ ດ້ວຍຄະແນນ 98 ຄະແນນ ໄດ້​ຫຼຽນ​​ເງິນໄປ​ຄອງ ແລະ ອັນດັບທີສາມຫລຽນຮ່ວມ: ນັກກິລາຈາກແຂວງຫລວງພະບາງ ແລະ ແຂວງຊຽຂວາງ​ໄດ້​ຫຼຽນ​ທອງ​ໄປ​ຄອງ​ຄົນ​ລະ​ຫຼຽນ.

ຂະນະທີ່, ມວຍຟ້ອນຍິງດ່ຽວ: ແຂວງອັດຕະປື ໄດ້ຫຼຽນທອງ. ປັດຈຸບັນ, ແຂວງອັດຕະປື ຄ້ວາໄດ້ແລ້ວ 2 ຫລຽນຄຳ ແລະ 3 ຫລຽນທອງ ລວມເປັນ 5 ຫລຽນຢ່າງເປັນທາງການແລ້ວ ແລະ ສ່ວນກິລາປະເພດອື່ນໆ ຍັງຫລາຍລາຍການ ທີ່ຍັງຢູ່ໃນຮອບຊິງຫລຽນຄຳ ເຊັ່ນ: ບານເຕະຊາຍ, ມວຍ, ໝາກແລ້ ແລະ ໜ້າເກັກ.
1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ