ແຂວງອັດຕະປື ຄວ້າອີກ 1 ຫລຽນຄຳ ຈາກກິລາໜ້າເກັກ ມາຄອງຢ່າງສຳເລັດ
2014-12-18 16:17:17  cri 

ນັກກິລາໜ້າເກັກແຂວງອັດຕະປືປະເພດ ຊາຍຄູ່ ໄລຍະ 15 ແມັດ ໂຊສີມື ທີ່ເໜືອຊັ້ນດ້ວຍການຍິງທະລຸເປົ້າໄດ້ຢ່າງແມ່ນຢຳ ເໜືອຄູ່ແຂ່ງໄດ້ຢ່າງຫວຸດຫວິດພຽງ 1 ແຕ້ມຄວ້າຫລຽນຄຳມາຄອງຢ່າງສຳ ເລັດ.

ວັນທີ 16-17 ທັນວານີ້ ທີ່ສະໜາມກິລາແຂ່ງຂັນຍິງໜ້າເກັກ ອຸດົມໄຊເກມ, ໄດ້ມີການແຂ່ງຂັນຊີງຫຼຽນກິລາໜ້າເກັກ, ໃນນັ້ນມີ 14 ພາກສ່ວນເຂົ້າຮ່ວມການແຂ່ງຂັນຄື: ແຂວງຊຽງຂວາງ, ຜົ້ງສາລີ,  ໄຊສົມບູນ, ວຽງຈັນ, ເຊກອງ, ບໍ່ແກ້ວ, ຫລວງນ້ຳທາ, ຫົວພັນ, ກະຊວງ ປກສ, ອັດຕະປື, ນະຄອນຫລວງວຽງຈັນ, ຫລວງພະບາງ, ໄຊຍະບູລີ, ຈຳປາສັກ, ສະຫວັນນາເຂດ, ແລະ ອຸດົມໄຊເຈົ້າພາບ, ມີເພດຊາຍ 16 ຄະນະ, ເພດຍິງ 14 ຄະນະ ລວມ 30 ຄະນະ, ມີ 12 ລາຍການແຂ່ງຂັນ, ເພດຊາຍ 6 ລາຍການ ແລະ ເພດຍິງ 6 ລາຍການ, ການ ແຂ່ງຂັນ ມີ ໄລຍະ 10 ແມັດ, ໄລຍະ 15 ແມັດ ແລະໄລຍະ 20 ແມັດ, ການແຂ່ງຂັນກິລາດັ່ງກ່າວ ອັດຕະປືໄດ້ເຂົ້າຮ່ວມ 6 ລາຍການແຂ່ງຂັນ.

ຜົນການແຂ່ງຂັນ: ທ້າວ ຄຳລາວັນ ຈັນທະພອນ ແລະ ທ້າວ ໂຕນີ໋ ມຽງລາວັນຄວ້າໄດ້ຫລຽນຄຳມາຄອງ ໃນລາຍການແຂ່ງຂັນຊາຍຄູ່ ໄລຍະ 15​ ແມັດ. ແຂວງອັດຕະປືຄ້ວາຫລຽນຄຳເປັນຄັ້ງປະຫວັດສາດ ໃນການແຂ່ງຂັນກິລາປະເພດໜ້າເກັກຊາຍ.
1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ