ອົງການ​ສະບຽງ​ອາຫານ​ແລະ​ກະສິກຳ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ພະຍາດ​ອີ​ໂບລາ​ຈະ​ເຮັດ​ໃຫ້​ລ້ານ​ກວ່າ​ຄົນ​ປະ​ເຊີນ​ຄວາມອຶດ​ຢາກ​ຢູ່​ສາມ​ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ
2014-12-18 16:48:12  cri 
ວັນ​ທີ 17 ທັນວາ​ນີ້, ອົງການ​ສະບຽງ​ອາຫານ​ແລະ​ກະສິກຳ​ສະຫະ​ປະຊາ​ຊາດ​ຫຼື FAO ​​ແລະ​​ໂຄງການສະບຽງ​ອາຫານ​​ໂລກຫຼື WFP ໄດ້​ຮ່ວມ​ກັນກ່າວ​ຄຳ​ເຕືອນຢູ່​ນະຄອນຫຼວງ​ໂຣມຂອງ​ອີ​ຕາ​ລີວ່າ, ​ເນື່ອງ​ຈາກ​ໄດ້​ຖືກ​ຜົນ​ກະທົບ​ຈາກ​ພະຍາດ​ອີ​ໂບລາ​, ຄາດ​ວ່າ​ຮອດ​ເດືອນ​ມີນາ​ປີ 2015, ຈຳນວນ​ຄົນ​ທີ່​ປະ​ເຊີນ​ກັບ​ບັນຫາ​ບໍ່​ປອດ​ໄພດ້ານ​ອາຫານ​ຢູ່​ສາມ​ປະ​ເທດ​ຄື​ກີ​ເນ, ລີ​ເບຣີ​ແລະ​ເຊຣາລີ​ໂອນ​ຈະ​ຫຼາຍ​ກວ່າ​ລ້ານ​ຄົນ.

ບົດ​ລາຍ​ງານ​ໄດ້​ລະບຸ​ໄວ້​ວ່າ, ການ​ປິດ​ດ່ານ, ການກັກ​ກັນ​ເພື່ອກວດ​ເຊື້ອ​ພະຍາດ, ຂໍ້​ຫ້າມ​ລ່າ​ສັດ​ແລະ​ມາດ​ຕະການ​ຈຳກັດ​ອື່ນໆ​ທີ່​ເກີດ​ຂຶ້ນ​ຍ້ອນ​ພະຍາດ​ອີ​ໂບລາໄດ້​ກີດຂວາງ​ຊ່ອງ​ທາງ​ຮັບ​ເອົາ​ອາຫານ​ຂອງ​ປະຊາຊົນຢ່າງ​ໜັກໜ່ວງ, ພ້ອມ​ທັງ​ໄດ້​ທຳລາຍ​ຕະຫຼາດ​ສະບຽງ​ອາຫານ​ແລະ​ຕ່ອງ​ໂສ້​ຜະລິດ, ​ເຊິ່ງ​ໄດ້​ເຮັດ​ໃຫ້​ເຄື່ອງ​ປູກ​ຂອງ​ຝັງ​ມີ​ຄວາມ​ເສຍ​ຫາຍ​ແລະ​ໄດ້ກໍ່​ໃຫ້​ເກີດ​ບັນຫາ​ຂາດ​​ແຄນອາຫານ​ຢ່າງ​ໜັກໜ່ວງ.

ບົດ​ລາຍ​ງານ​ໄດ້​ແຈ້ງ​ໃຫ້​ເຫັນ​ວ່າ, ປະຈຸ​ບັນ​ນີ້, ຈຳນວນ​ຄົນ​ທີ່​ປະ​ເຊີນ​ກັບ​ບັນຫາ​ບໍ່​ປອດ​ໄພດ້ານ​ອາຫານ​ຢູ່​ກີ​ເນມີ 230,000 ຄົນ, ລີ​ເບຣີ​ມີ 170,000 ຄົນແລະ​ເຊຣາລີ​ໂອນມີ 120,000 ຄົນ, ຮອດ​ເດືອນ​ມີນາ​ປີ 2015, ຄາດ​ວ່າຕົວ​ເລກ​ດັ່ງກ່າວຈະ​ເພີ່ມ​ຂຶ້ນ​ຮອດ 470,000 ຄົນ, 300,000 ຄົນ​ແລະ 280,000 ຄົນຕາມ​ລຳ​ດັບ. ​ແລະ​ຍອດ​ປະລິມານຜະລິດອາຫານ​ຂອງ​ກີ​ເນຈະຫຼຸດ​ລົງ 3%, ລີ​ເບຣີຈະຫຼຸດ​ລົງ 8%, ​ແລະ ເຊຣາລີ​ໂອນຈະຫຼຸດ​ລົງ 5%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ