ທະນາຄານ​ພັດທະນາ​ອາຊີ​​ເຫັນ​ວ່າ, ການ​ຫຼຸດລາຄາຂອງ​ນ້ຳມັນ​ເຊື້ອ​ໄຟ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ອາຊີ
2014-12-18 16:55:52  cri 
ວັນ​ທີ 17 ທັນວາ​ນີ້, ທະນາຄານ​ພັດທະນາ​ອາຊີຫຼື ADB ​ໄດ້​ອອກ​ບົດ​ລາຍ​ງານ​ວ່າ, ປະຈຸ​ບັນ, ລາຄາ​ຂອງນ້ຳມັນ​ເຊື້ອ​ໄຟມີການ​ຫຼຸດລົງ, ​ແມ່ນ​ໂອກາດ​ທີ່​ສຳຄັນ​ສຳລັບ​ການ​ພັດທະນາ​ເສດຖະກິດ​​ໃນ​ອະນາຄົດ​ຂອງ​ອາຊີ.

ທ່ານ​ເວີ້​ຍຊ້າງ​ຈິ້ນ, ຫົວ​ນ້ານັກ​ເສດຖະສາດຂອງທະນາຄານ​ພັດທະນາ​ອາຊີ​ກ່າວ​ວ່າ, ​ເຖິງ​ແມ່ນ​ວ່າ​​ໃນ​ສາມ​ໄຕ​ມາດ​ມາ​ນີ້, ຈັງຫວະ​ການເຕີບ​ໂຕ​ຂອງ​ເສດຖະກິດ​ໄດ້​ຕ່ຳ​ກວ່າ​ການ​ຄາດ​ຄະ​ເນກໍ​ຕາມ, ​ເນື່ອງ​ຈາກ​ວ່າ​ອົງ​ກອນ​ເສດຖະກິດ​ໃນ​ອາຊີ​ສ່ວນ​ຫຼາຍ​ແມ່ນ​ປະ​ເທດ​ນຳ​ເຂົ້າ​ນ້ຳມັນເຊື້ອ​ໄຟ​, ດ້ວຍ​ເຫດ​ນີ້, ການ​ຫຼຸດລາຄາຂອງ​ນ້ຳມັນ​ເຊື້ອ​ໄຟ​​ໃນປະຈຸ​ບັນ, ໝາຍ​ຄວາມ​ວ່າ​​ໃນ​ປີ 2015, ເສດຖະກິດ​ອາຊີອາດຈະ​ເພີ່ມ​ຂຶ້ນ​ຢ່າງ​ວອງ​ໄວ.

ຕາມ​ບົດ​ລາຍ​ງານ ວິ​ໄສ​ທັດ​ການ​ພັດທະນາ​ຂອງ​ອາຊີ​ປີ 2014 ທີ່​​​ເຜີຍແຜ່​ອອກ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ທະນາຄານ​ພັດທະນາ​ອາຊີ​ໄດ້​ປັບ​ຫຼຸດ​ລະດັບຄາດ​ຄະ​ເນຕໍ່​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຂອງ​ອາຊີ. ທະນາຄານ​ພັດທະນາ​ອາຊີ​ຄາດ​ວ່າ, ຈັງຫວະ​ການເຕີບ​ໂຕ​ທາງ​ເສດຖະກິດ​ຂອງ​ອາຊີ​​ໃນປີ​ນີ້ແມ່ນ 6,1%, ​ແຕ່​ໃນ​ເດືອນ​ກັນຍາ​ປີ​ນີ້, ຕົວ​ເລກ​ດັ່ງກ່າວ​ແມ່ນ 6,2%; ຈັງຫວະ​ການເຕີບ​ໂຕ​ທາງ​ເສດຖະກິດ​ຂອງ​ອາຊີ​​ໃນປີ 2015 ​ແມ່ນ 6,2%, ​ເຊິ່ງຕ່ຳ​ກວ່າ 6,4% ທີ່​ໄດ້​ຄາດ​ຄະ​ເນ​ໃນ​ເດືອນ​ກັນຍາ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ