ກິດຈະກຳ "ປີ​ທ່ອງ​ທ່ຽວຈີນ" ຈັດ​ຂຶ້ນຢູ່​ສ.​ເກົາຫຼີ ທ່ານ​ສີ​ຈີ້​ນຜິ​ງ ທ່ານ​ນາງ​ປະ​ເກີນ​ເຮ ຝາກ​ຈົດໝາຍ​ອວຍພອນ
2015-01-24 16:45:16  cri 

 

ວັນ​ທີ 23 ມັງກອນ​ນີ້, ພິທີ​ເປີດກິດຈະກຳ "ປີ​ທ່ອງ​ທ່ຽວຈີນ" ຈັດ​ຂຶ້ນຢູ່​ນະຄອນ​ຫຼວງເຊ​ອູນຂອງສ.​ເກົາຫຼີ. ທ່ານ​ສີ​ຈີ້​ນຜິ​ງ ປະທານ​ປະ​ເທດ​ຈີນ ​ແລະ​ທ່ານ​ນາງ ປະ​ເກີນ​ເຮ ປະທານາທິບໍດີ​ສ.​ເກົາຫຼີຕ່າງ​ໄດ້​ຝາກ​ຈົດໝາຍ​ອວຍພອນ​ໃຫ້. ທ່ານ​ວາງຢຽງ ຮອງ​ນາຍົກລັດຖະມົນຕີຈີນ ​ແລະ​ທ່ານ​ຮວງ​ໂວ​ເຢຍ ຮອງ​ນາຍົກລັດຖະມົນຕີສ.​ເກົາຫຼີ ພ້ອມກັນ​ເຂົ້າ​ຮ່ວມ​ພິທີ​ເປີດ​.


ທ່ານ​ວາງຢຽງ ຮອງ​ນາຍົກລັດຖະມົນຕີຈີນອ່ານ​ຈົດໝາຍອວຍພອນ​ຂອງ​ທ່ານ​ສີ​ຈີ້​ນຜິ​ງ ປະທານ​ປະ​ເທດ​ຈີນ ​ແລະ​ກ່າວ​ຄໍາປາ​ໄສ

ໃນ​ຈົດໝາຍ​ອວຍພອນ, ທ່ານ​ສີ​ຈີ້​ນຜິ​ງ ​ໄດ້​ສະ​ແດງ​ຄວາມ​ອວຍພອນ​ຕໍ່​ການ​ເປີດ​ກິດຈະກຳ "ປີ​ທ່ອງ​ທ່ຽວຈີນ", ​ແລະ​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ຈິງ​ໃຈ​ໄປ​ຍັງ​ປະຊາຊົນ​ສ.​ເກົາຫຼີ. ຫວັງ​ໃຫ້​ສອງ​ຝ່າຍ​ຈີນ​ແລະ​ສ.​ເກົາຫຼີ ຈະ​ຖື​ກິດຈະກຳ​ນີ້​ເປັນ​ໂອກາດ, ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ການທ່ອງທ່ຽວ ​ແລກປ່ຽນ​ວັດທະນະທຳ​ຢ່າງຮອບດ້ານ, ​ເພື່ອ​ປະກອບສ່ວນ​ໃໝ່ ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຂະຫຍາຍ​ການ​ພົວພັນ​ສອງ​ຝ່າຍ ​ແລະ​ເພີ່​ມທະວີ​ມິດຕະພາບ ຄວາມ​ຮັກ​ແພງລະຫວ່າງ​ປະຊາຊົນ​ສອງ​ຊາດ.


ທ່ານ​ຮວງ​ໂວ​ເຢຍ ຮອງ​ນາຍົກລັດຖະມົນຕີສ.​ເກົາຫຼີອ່ານ​ຈົດໝາຍ​ອວຍພອນ​ຂອງ​ທ່ານ​ນາງປະ​ເກີນ​ເຮ ປະທານາທິບໍດີ​ສ.​ເກົາຫຼີ ​ແລະ​ກ່າວ​ຄຳ​ປາ​ໄສ


​ໃນ​ຈົດໝາຍອວຍພອນ, ທ່ານ​ນາງ​ປະ​ເກີນ​ເຮ ກ່າວ​ວ່າ, ຫວັງ​ໃຫ້​ສອງ​ປະ​ເທດພັດທະນາ​ການ​ຮ່ວມ​ມື​ໃນ​ດ້ານ​ການທ່ອງທ່ຽວ​ດ້ວຍ​ນ້ຳ​ໃຈ​ປະດິດ​ສ້າງ​ໃໝ່​ຂອງ​ຕົນ, ຫວັງ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ໄປມາຫາສູ່​ກັນຫຼາຍກວ່າ​ເກົ່າ, ຊອກ​ຮູ້​ປະຫວັດສາດ ​ວັດທະນະທຳ​ແລະ​ຮີດຄອງ​ປະ​ເພນີ​​ຂອງ​ກັນ, ​ເພີ່ມ​ທະວີ​ມິດຕະພາບ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເຮັດ​ໃຫ້​ສອງ​ປະ​ເທດ​ກາຍ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສະໜິດ​ແໜ້ນ​ກວ່າ​ເກົ່າ.


ຕຸກກະຕາ​ນຳ​ໂຊກ​ຂອງ​ກິດຈະກຳ "ປີ​ທ່ອງ​ທ່ຽວ"


ຫຼັງຈາກ​ເປີດ​ກິດຈະກຳ "ປີ​ທ່ອງ​ທ່ຽວ​ຈີນ" ​ຢ່າງ​ເປັນ​ທາງ​ການ​ແລ້ວ, ກົມ​ການທ່ອງທ່ຽວ​ແຫ່ງ​ລັດ​ຈີນ​ຈະ​ຈັດ​ກິດຈະກຳ​ແລກປ່ຽນ​ການທ່ອງທ່ຽວ​ຕ່າງໆ, ຈຳນວນ​ກິດຈະກຳຫຼາຍກວ່າ 110 ກວ່າ​ເທື່ອ. ສອງ​ຝ່າຍ​ຈີນ​ແລະ​ສ.​ເກົາຫຼີຄອງ​ຄອຍ​ຖື "ປີ​ທ່ອງ​ທ່ຽວ" ​ເປັນ​ໂອກາດ​, ​​ເປີດ​ສາກ​ໃຫ້​ແກ່​ຍຸກ​ສະ​ໄໝ​ໃໝ່​​ແຫ່ງ​ການ​ຮ່ວມ​ມື​ໃນ​ດ້ານ​ການທ່ອງທ່ຽວ​ແລະ​ການ​ໄປມາຫາສູ່​ກັນ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ