ຈັດ​ກອງ​ປະຊຸມ​ຄັ້ງທຳ​ອິດຂອງການ​ສົນທະນາ​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ການ​ນຳ​ຂັ້ນສູງ​ຈີນ-ອິນ​ໂດ​ເນ​ເຊຍ​
2015-01-27 18:46:55  cri 

ກອງ​ປະຊຸມ​ຄັ້ງທຳ​ອິດຂອງການ​ສົນທະນາ​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ການ​ນຳ​ຂັ້ນສູງ​ຈີນ-ອິນ​ໂດ​ເນ​ເຊຍ​ໄດ້​ຈັດ​ຂຶ້ນຢູ່​ທີ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 26 ມັງກອນ​ນີ້, ​ໂດຍ​ມີທ່ານ​ຢາງ​ເຈ​ສື(ຜູ້ຢູ່ເບື້ອງຂວາ), ທີ່​ປຶກສາ​ແຫ່ງ​ລັດ​ຈີນ ​ແລະ ​ທ່ານໂຊ​ຟຽນ ​ເຊີຣີ,(ຜູ້ຢູ່ເບື້ອງຊ້າຍ) ລັດຖະມົນຕີ​ວ່າການ​ກະຊວງ​ວາງ​ແຜນ​ລວມ​ເສດຖະກິດ​ອິນ​ໂດ​ເນ​ເຊຍ ​ເປັນ​ປະທານ​ກອງ​ປະຊຸມຮ່ວມ, ກອງ​ປະຊຸມ​ຄັ້ງນີ້​ໄດ້​ຈັດ​ຂຶ້ນ​ເພື່ອ​ຈັດຕັ້ງປະຕິບັດ​ຕາມ​ຂໍ້​ຕົກລົ​ງຂອງ​ຜູ້ນຳ​ທັງ​ສອງ​ປະ​ເທດ ​ແລະ ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຫົວ​ຂໍ້​ຮ່ວມ​ມື​ທີ່​ສຳຄັນ ​ເຊັ່ນ ​ເສດຖະກິດ​ການ​ຄ້າ ​ແລະ ການ​ລົງທຶນ.

ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ, ​ໃນ​ຊຸມ​ປີຜ່ານມາ​ນີ້, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມສົມບູນຂຶ້ນ. ຂໍ້​ລິ​ເລີ່​ມຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21" ​ແລະ ​ແນວ​ຄວາມ​ຄິດ​ຍຸດ​ທະ​ສາດ​ຂອງ​ທ່ານ​ປະທານາທິບໍດີ​ໂຈ​ໂຄ ວີ​ໂດ​ໂດ ກ່ຽວ​ກັບ​ການ​ສ້າງ​ປະ​ເທດ​ໃຫ້​ເຂັ້ມ​ແຂງທາງ​ດ້ານທະ​ເລ ​ແມ່ນ​ມີ​ຈຸດທີ່​ສອດຄ່ອງ​ກັນ​ໃນດ້ານ​ຍຸດ​ທະ​ສາດ​ຢ່າງ​ກວ້າງຂວາງ, ​​ເຊິ່ງໄດ້ສະໜອງ​ຊ່ອງ​ທາງ​ອັນ​ກວ້າງ​ຂວາງ​ໃຫ້​ແກ່​ສອງ​ຝ່າຍ​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ ​ແລະ ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ອິນ​ໂດ​ເນ​ເຊຍ.

ທ່ານ​ຢາງ​ເຈ​ສື ກ່າວ​ວ່າ: ສອງ​ຝ່າຍ​ຄວນ​ຂະຫຍາຍ​ຂະໜາດ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ກວ້າງ​ອອກ​ຕື່ມ​ອີກ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ ການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ສຳຄັນ ​ແລະ ພະລັງງານ​ໄຟຟ້າ, ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຈີນ-ອິນໂດເນ​ເຊຍ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ມີການພັດທະນາ​ຮ່ວມກັນ.

ທ່ານ​ໂຊ​ຟຽນ ​ເຊີຣີ ກ່າວ​ວ່າ: ຝ່າຍ​ອິນ​ໂດ​ເນ​ເຊຍ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ, ​ເພື່ອຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ​ແຫ່ງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ ການ​ລົງທຶນ, ການ​ຄ້າ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ການ​ກໍ່​ສ້າງ​ເຂດ​ເສດຖະກິດ​ພິ​ເສດ​ອິນ​ໂດ​ເນ​ເຊຍ, ທັງ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າລະຫວ່າງ​ອິນ​ໂດ​ເນ​ເຊຍ-ຈີນ​ໃຫ້​ເຂົ້າສູ່​ລວງ​ເລິກ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ