ຢຸນນານ​ຈີນ​ນຳ​ໃຊ້​ທ່າ​ແຮງທີ່ຢູ່​ລຽບ​ຊາຍ​ແດນ​ເພື່ອ​ກໍ່ສ້າງ​ທາງ​ຜ່ານ​ສາກົນ
2015-01-28 16:20:02  cri 
ວັນ​ທີ 27 ມັງກອນ​ນີ້, ດ່ານ​ການ​ຄ້າ​ຊາຍ​ແດນ​ຈີນ-ມຽນມາໄດ້​ແຈ້ງ​ໃຫ້​ຊາບ​ວ່າ ຈີນ​ມີ​ແຜນ​ຈະ​ເປີດ​ດ່ານ​ການ​ຄ້າ​ຊາຍ​ແດນ​ແຫ່ງ​ໃໝ່​ຢູ່​ເຂດ ຫວານ​ຕິ່ງທີ່ຊາຍ​ແດນ​ລະຫວ່າງ​ຈີນ-ມຽນມາ. ປັດຈຸບັນ, ລັດຖະບານ​ຈີນ-ມຽນມາ​ກຳລັງ​ປຶກສາ​ຫາລື​ເລື່ອງ​ນີ້​ຢູ່. ພາຍຫຼັງ​ດ່ານ​ຊາຍ​ແດນ​ດັ່ງກ່າວ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ, ​ແຂວງ​ຢຸນນານ​ຈະ​ມີ "ທາ​ງຜ່ານ​ໃຫຍ່"ຂ້າມ​ຊາຍ​ແດນສາຍ​ໃໝ່ ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກອີກ​ສາຍ​ໜຶ່ງ​.

ປັດຈຸບັນ, ​ແຂວງ​ຢຸນນານ​ໄດ້​ເປີດ​ການ​ນຳ​ໃຊ້​ດ່ານ​ພາສີ 20 ກວ່າ​ແຫ່ງ​ແລ້ວ ​ເຊິ່ງ​ໃນ​ນີ້​ໄດ້​ຖື​ດ່ານ​ຢຸ້ຍລີ້, ດ່ານ​ໂຮ່​ໂຂ້ວ, ດ່ານ​ໂຫສຽວ​ເຖິງ​ຊົງ, ດ່ານ​ບໍ່​ຫານ​ແລະ​ສະໜາມ​ບິນ​ຄຸນ​ມິ​ງ​ເປັນ​ໃຈກາງ ​ແລະ​ປະກອບ​ມີ​ດ່ານ​ທາງບົກ,ທາງ​ນ້ຳ​ແລະ​ທາງ​ອາກາດ​ຢ່າງ​ຄົບ​ຊຸດ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງຮອບດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ