ບົດ​ລາຍ​ງານ​​ສືບສວນ​ໄລຍະ​ກາງຂອງ​ອຸບັດ​ເຫດ​ເຮືອບິນ​ໂດຍສານ​ຖ້ຽວ​ບິນ MH370 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍຫາຍ​ສາບ​ສູນນັ້ນ​ຈະ​ເປີດ​ເປີຍ​ໃນ​ຕົ້ນ​ເດືອນ​ມີນາ​ປີ​ນີ້
2015-01-28 16:25:31  cri 
ວັນ​ທີ 7 ມີນາ​ປີ​ນີ້, ກົມ​ການ​ບິນ​ພົນລະ​ເຮືອ​ນມາ​ເລ​ເຊຍ​ຈະ​ເປີດ​ເຜີຍ​ບົດ​ລາຍ​ງານ​ສືບສວນ​ໄລຍະ​ກາງ​ກ່ຽວ​ກັບ ອຸບັດ​ເຫດ​ເຮືອບິນ​ໂດຍສານ​ຖ້ຽວ​ບິນ MH370 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍຫາຍ​ສາບ​ສູນ. ​ເນື່ອງ​ຈາກ​ວ່າການ​ຊອກ​ຄົ້ນຫາ​ເຮືອບິນທີ່​ຫາຍ​ສາບ​ສູນ​ໄປ​ນັ້ນກຳລັງ​ດຳ​ເນີນ​ຢູ່, ດ້ວຍ​ເຫດ​ນີ້ ມາ​ເລ​ເຊຍ​ຈິ່ງ​ບໍ່​ໄດ້​ໃຫ້​ຂໍ້​ສະຫຼຸບ​ກ່ຽວ​ກັບ​ເຮືອບິນ​ລຳ​ນີ້​ວ່າ​ຢູ່​ໃນ​ສະພາບ​ໃດ. ບົດ​ລາຍ​ງານ​ສືບສວນ​ຈະ​ຖືກ​ເປີດ​ເຜີຍ​ໃນ​ເວັບ​ໄຊ​ຂອງ​ກົມ​ການ​ບິນ​ພົນລະ​ເຮືອນ​ມາ​ເລ​ເຊຍ ​ເຊິ່ງມີ​ເນື້ອ​ໃນ​ກ່ຽວ​ກັບ​ຜົນ​ການ​ສືບສວນ​ມາ​ຮອດ​ປັດຈຸບັນກ່ຽວ​ກັບອຸບັດ​ເຫດ​​ໃນ​ຄັ້ງ​ນີ້. ວັນ​ທີ 8 ມີນາ 2014, ​ເຮືອບິນ​ໂດຍສານ​ຖ້ຽວ​ບິນMH370 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍທີ່​ບິນ​ອອກ​ຈາກ​ກົວ​ລາ​ລຳ​ເປີ​ໄປ​ສູ່​ປັກ​ກິ່ງ​ໄດ້ຫາຍ​ສາບ​ສູນ​ໄປ, ຈົນ​ມາ​ຮອດ​ປັດຈຸບັນ ​ເຮືອບິນ​ພ້ອມ​ດ້ວຍຜູ້​ໂດຍສານ​ແລະ​ຈຸ​ບິນ 239 ຄົນ​ທີ່ຢູ່​ໃນ​ເຮືອບິນ​ ​ກໍ​ຍັງ​ບໍ່​ທັນ​ຊອກ​ໄດ້​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ