ນາຍົກລັດຖະມົນຕີຝະຣັ່ງຢືນຢັນວ່າ ການ​ແລກປ່ຽນການ​ຢ້ຽມຢາມກັນ​ລະຫວ່າງ​ຝະຣັ່ງ-ຈີນ​ເຕັມ​ໄປ​ດ້ວຍ​ຊີວິດ​ຊີວາ
2015-01-28 16:31:36  cri 
ທ່ານ​ມາ​ນູ​ເອນ ວານ​ສ ນາຍົກລັດຖະມົນຕີຝະຣັ່ງຈະ​ດຳ​ເນີນ​ການ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 29-31 ມັງກອນ​ນີ້. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ທ່ານ​ວານ​ສ​ຢ້ຽມຢາມ​ຈີນ​ພາຍຫຼັງທີ່​ໄດ້​ຂຶ້ນ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີຝະຣັ່ງ. ​ເມື່ອ​ມໍ່ໆ​ມາ​ນີ້, ທ່ານ​ວານ​ສ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈາກ​ສຳນັກ​ຂ່າວສານ​ຊິນ​ຮວາ ​ເຊິ່ງ​ເປັນ​ສຳນັກ​ຂ່າວສານ​ແຫ່ງ​ຊາດ​ຈີນ, ທ່ານ​ກ່າວ​ວ່າ ການ​ແລກປ່ຽນ​ຢ້ຽມຢາມກັນ​ລະຫວ່າງ​ຝະຣັ່ງ-ຈີນ​ມີ​ປະຫວັດມາ​ເປັນ​ເວລາ​ດົນ​ນານ​ແລະ​ເຕັມ​ໄປ​ດ້ວຍ​ຊີວິດ​ຊີວາ, ຝະຣັ່ງຫວັງ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຫຼາຍ​ຂົງ​ເຂດ​ໃນ​ຕໍ່ໜ້າ.

ທ່ານ​ວານ​ສກ່າວ​ວ່າ ສາຍ​ພົວພັນ​ຝະຣັ່ງ-ຈີນ​ມີ​ຈຸດ​ເດັ່ນ​ສອງ​ຂໍ້​ຄື ມີ​ປະຫວັດ​ອັນ​ຍາວ​ນານ​ແລະ​ເຕັມ​ໄປ​ດ້ວຍຊີວິດ​ຊີວາ. ປີ​ນີ້, ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ. ພາຍຫຼັງ​ຝະຣັ່ງ​​ເກີດ​ເຫດການ​ຖືກ​ຫຼອນ​ໂຈມ​ຕີ​​ແບບ​ກໍ່​ການ​ຮ້າຍ​ແລ້ວ, ຝະຣັ່ງ-ຈີນ​ຕັດສິນ​ໃຈ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ້ານ​ການ​ກໍ່​ການ​ຮ້າຍ; ​ໃນ​ຂົ​ງ​ເຂດ​ເສດຖະກິດ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ອຸດົມສົມບູນ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ການບິນ​ແລະ​ຂະ​ແໜງ​ການ​ລົດຍົນ; ສອງ​ປະ​ເທດ​ຍັງ​ຕົກລົງ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ບັນຫາ​ສິ່ງ​ແວດ​ລ້ອມ, ຈີນ​ສາມາດ​​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ເພື່ອ​ເຮັດ​ໃຫ້​ກອງ​ປະຊຸມ​ໃຫຍ່​ດິນ​ຟ້າ​ອາກາດ​ຂອງ​ໂລກ​ທີ່​ປາຣີ2015ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ