ສະພາ​ມົນຕີ​​ເອີຣົບຮຽກຮ້ອງ​ໃຫ້ພິຈາລະນາ​ໃນ​ການ​ເພີ່ມ​ທະວີ​ການ​ລົງ​ໂທດ​ຕໍ່ຣັດ​ເຊ​ຍ
2015-01-28 15:55:20  cri 

ວັນ​ທີ 27 ມັງກອນ​ນີ້, ສະພາ​ມົນຕີ​ເອີຣົບ​ໄດ້​ອອກ​ຖະ​ແຫຼງການ ​ໂດຍ​ກ່າວ​ວ່າ, ​ເນື່ອງ​ຈາກ​ສະຖານະ​ການ​ຢູ່​ອູ​ແກຣນ​ໄດ້ຮ້າຍ​ແຮງ​ຂຶ້ນ​ໂດຍ​ຕະຫຼອດມາ, ຜູ້ນຳ​ຂອງ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີຣົບ​ຈຶ່ງຮຽກຮ້ອງ​ໃຫ້​ພິຈາລະນາ​ເພື່ອ​ໃຊ້​ມາດ​ຕະການ​ລົງ​ໂທດ​ຕໍ່ຣັດ​ເຊຍ​ຕື່ມ​ອີກ.

ຖະ​ແຫຼງການ​ຊີ້​ອອກ​ວ່າ: ສະຫະພາບ​ເອີຣົບກ່າວ​ປະນາມ​ຕໍ່​ເຫດການ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່​ຕໍ່​ເຂດຊຸມ​ຊົນ​ທີ່​ເມືອງ​ມາຣີອູ​ໂປ​ນ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຣນທີ່​​ເກີດ​ຂຶ້ນ​ໃນ​ວັນ​ທີ 24 ມັງກອນ​ນີ້, ​​​ແລະມີຫຼັກຖານ​ສະ​ແດງ​ໃຫ້​ເຫັນ​ວ່າ ຣັດ​ເຊຍ​ໃຫ້ການ​ສະໜັບສະໜູນ​​ແກ່​ກອງ​ປະກອບ​ອາວຸດ​ປະຊາຊົນ​ພາກ​ຕາ​ເວັນ​ອອກ​ອູ​ແກຣນນັ້ນນັບ​ມື້​ນັບ​ເພີ່ມ​ຂຶ້ນ, ທັງຮຽກຮ້ອງ​ໃຫ້ຣັດ​ເຊຍກ່າວ​ປະນາມ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະກອບ​ອາວຸດ​ປະຊາຊົນ​ພາກ​ຕາ​ເວັນ​ອອກ​ອູ​ແກຣນ, ​ເພື່ອ​ຈັດຕັ້ງປະຕິບັດ​ສັນຍາ​ມິນ​ສ໌ຄ໌ທີ່​ມີ​ຈຸດປະສົງ​ເພື່ອ​ໃຫ້​ບັນລຸ​ການ​ຢຸດ​ຍິງ​ຢູ່​ພາກ​ຕາ​ເວັນ​ອອກ​ອູ​ແກຣນ.

ຖະ​ແຫຼງການ​ກ່າວ​ຕື່ມ​ວ່າ: ຜູ້ນຳ​ຂອງ​ປະ​ເທດ​ສະມາຊິກສະຫະພາບ​ເອີຣົບຮຽກຮ້ອງ​ໃຫ້​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດສະຫະພາບ​ເອີຣົບ​ໃນ​ເດືອນ​ກຸມພາ​ໜ້າ​ນີ້​ເພື່ອ​ປະ​ເມີນ​ສະຖານະ​ການ​ອູ​ແກຣນ, ​ແລະ​ພິຈາລະນາ​ໃຊ້​ມາດ​ຕະການ​ລົງ​ໂທດ​ຕໍ່ຣັດ​ເຊຍ​ຕື່ມ​ອີກ, ​ເພື່ອ​ຊຸກ​ຍູ້​ໃຫ້​ສັນຍາ​ມິນ​ສ໌ຄ໌​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ຢ່າງຮອບດ້ານ​ແລະ​ວ່ອງ​ໄວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ