ຊາວ​ຈີນຕ່າງ​ດ້າວ​ໃນປະ​ເທດ​ອາ​ຊຽນຈະ​ມີ​ບົດບາດ​ທີ່​ໃຫຍ່​ໃນ​ການ​ສ້າງ "​​ແລວ​ທາງ​​ໜຶ່ງ​ແລະ​ເສັ້ນທາງ​ໜຶ່ງ"
2015-01-28 16:00:10  cri 

ວັນ​ທີ 27 ມັງກອນ​ນີ້, ທ່ານ​ເຝິງຈູ​ຮວາ, ກຳມະການ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາ​ງຊີ​, ຫົວໜ້າ​ຫ້ອງການ​ວຽກ​ງານ​ຊາວຈີນ​​ຕ່າງ​ດ້າວເຂດ​ກວາງຊີ​ຈີນ ກ່າວ​ວ່າ: "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21" ​ແມ່ນແລວ​ທາງ​ເສດຖະກິດ, ​ແລວ​ທາງ​ມິດຕະພາບ ​ແລະ ​ແລວ​ທາງ​ວິທະຍາສາດ​ເຕັກນິກທີ່​ມີ​ການ​ແລກ​ປ່ຽນ​ກັນ​ດ້ານ​ເຕັກນິກ​ທີ່​ທັນ​ສະ​ໄໝ​ກ້າວໜ້າ. ສ່ວນ​ເຂດ​ກວາງຊີ​ແມ່ນ​ຊ່ອງ​ທາງ ​ແລະ ດ່ານຍຸດ​ທະ​ສາດ "​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ ​ແລະ ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21" ຂອງ​ຈີນ, ທັງ​ມີ​ການ​ພົວພັນ​ກັບບັນດາປະ​ເທດອາ​ຊຽນນຳ​ອີກ. ປັດຈຸບັນ, ຄຽງ​ຄູ່​ກັບ​ການ​ສ້າງເຂດ​ເສດຖະກິດ​ອ່າວ​ເປີ​ຍປູ້ ​ແລະ ​​ແລວ​ທາງ​ເສດຖະກິດ​ຈູ່ຈ່ຽງ-ຊີ່​ຈ່ຽງ​ໄດ້​ຂຶ້ນ​ເປັນ​ຍຸດ​ທະ​ສາດ​ລະດັບຊາດ, ​ໄດ້​ສ້າງ​ໂອກາດ​ທຸລະ​ກິດ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະມີ​ກຳລັງ​ບົ່ມ​ຊ້ອນດ້ານ​ການ​ພັດທະນາ​ທີ່​ບໍ່​ສາມາດ​ປະ​ເມີນ​ໄດ້.

ທ່ານ​ເຝິງຈູ​ຮວາ ກ່າວຕື່ມ​ວ່າ: ຊາວ​ຕ່າງປະ​ເທດ​ເຊື້ອສາຍຈີນ​ແລະ​ຈີນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ມີ​ຈຳນວນຫຼວງຫຼາຍ, ສະມາຄົມ​ຊາວ​ຈີນ​ທ້ອງ​ຖິ່ນ​ມີ​ຄວາມ​ສາມາດ​ອັນເຂັ້ມ​ແຂງ, ຖ້າ​ພວກ​ເຂົາ​ເຂົ້າຮ່ວມ​ໃນ​ການ​ສ້າງ "​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ ​ແລະ ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21", ກໍ​ຈະ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການ​ຊຸກ​ຍູ້​ການ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໂດຍ​ທ່າ​ແຮງ, ການ​ຫັນປ່ຽນ​ອົງ​ປະກອບ​ ແລະ ການ​ຍົກ​ລະດັບ​ຂອງ​ອຸດສາຫະກຳ​​​ໃນພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ