ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ຮັກສາ​ການ​ແລກປ່ຽນ​ກັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປະມົງລະຫວ່າງ​ສອງ​ຝ່າຍ
2015-01-28 18:46:14  cri 

ທ່ານ​ນາງ​ຮວ້າຊຸນ​ຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ມັງກອນ​ນີ້​ວ່າ: ຝ່າຍ​ຈີນ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ຝ່າຍ​ອິນ​ໂດ​ເນ​ເຊຍ, ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ປະມົງ​ລະຫວ່າງສອງ​ປະ​ເທດ​ໃຫ້​ມີ​ການ​ພັດທະນາ​ຢ່າງ​ປອດ​ໃສ​ແລະ​ໝັ້ນທ່ຽງ.

​ເຈົ້າໜ້າ​ທີ່​ກະຊວງ​ການ​ປະມົງ​ທາງ​ທະ​ເລ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ: ອີງ​ຕາມກົດ​ລະບຽບ​ທີ່​ວາງ​ອອກ​ໃໝ່, ລັດຖະບານ​ອິນ​ໂດ​ເນ​ເຊຍ​ໄດ້​ຫ້າມ​ບໍ່​ໃຫ້​ເຮືອ​ປະມົງ​ຕ່າງປະ​ເທດ​ດຳ​ເນີນ​ການ​ປະມົງ​ຢ່າງ​ຂະໜາດ​ໃຫຍ່​ຢູ່​ນ່ານທະ​ເລ​ຂອງ​ປະ​ເທດ​ຕົນ, ສ່ວນ​ສັນຍາ​ຮ່ວມ​ທຶນ​ໃນ​ຂົງ​ເຂດ​ທີ່ກ່ຽວຂ້ອງ​ທີ່​ໄດ້​ເຊັນ​ກັນ​ກ່ອນ​ໜ້າ​ນີ້​ຈະບໍ່​ມີ​ຜົນ​ສັກສິດ​ອີກ​ແລ້ວ, ​ປະ​ເທດ​ຈຳນວນ​ໜຶ່ງ​ເຊິ່ງລວມທັງ​ຈີນ​ອາດ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ຕົກລົງ​ຂອງ​ລັດຖະບານ​ອິນ​ໂດ​ເນ​ເຊຍ.

ຕໍ່​ເລື່ອງ​ນີ້, ທ່ານນາງ​ຮວ້າຊຸນ​ຢິງ ​​​ໄດ້ໃຫ້​ຄຳ​ຕອບ​ວ່າ: ປັດຈຸບັນ, ພາກສ່ວນ​ຄຸ້ມ​ຄອງ​ການ​ປະມົງ​ຂອງ​ສອງ​ປະ​ເທດ​ຈີນ ​ແລະ ອິນ​ໂດ​ເນ​ເຊຍ​ກຳລັງ​ຮັກສາ​ການ​ແລກປ່ຽນ​​ກ່ຽວ​ກັບ​ບັນຫາ​ລະອຽດ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ປະມົງ​ລະຫວ່າງ​ສອງ​ຝ່າຍ. ຝ່າຍ​ຈີນ​ຫວັງ​ວ່າ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ຈະ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ​ຈີນ​ທີ່​ລົງທຶນ​ຢູ່​ອິນ​ໂດ​ເນ​ເຊຍ ​ແລະ ສິດຜົນ​ປະ​ໂຫຍ​ດອັນ​ຊອບດ້ວຍ​ກົດໝາຍຂອງພະນັກງານ​ພາຍ​ໃນ​ເຮືອ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ