CRI ຈະລົງ​ເລິກ​ການ​ຮ່ວມ​ມື​ກັບ​ສໍານັກ​ຂ່າວສານ RT ຂອງຣັດ​ເຊຍ
2015-01-28 16:04:41  cri 

ວັນ​ທີ 27 ມັງກອນ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ​ຫວາງ​ເກີ່ງ​ໜຽນ, ຜູ້​ວ່າການວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດຈີນ ຫຼື CRI ​ໄດ້​ພົບ​ປະ​ກັບ​ທ່ານ​ເດີ​ມີ​ຕຣີ ກີ​ເຊ​ເລ​ຟ, ຜູ້​ວ່າການ​ສໍານັກ​ຂ່າວສານ Russia Today ທີ່​ເດີນທາງ​ມາ​ຢ້ຽມຢາມ​ຈີນ.

ໂອກາດ​ພົບ​ປະກັນ, ສອງ​ຝ່າຍ​ໄດ້​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ລາຍ​ງານ​ຂ່າວ​ຮ່ວມ​ກັນ​ກ່ຽວ​ກັບ​ກິດ​ຈະ​ກໍາ​ລະນຶກວັນໄຊຊະນະສົງຄາມ​ຕໍ່ຕ້ານຟາ​ຊິດ​ຂອງ​ໂລກ​ຄົບຮອບ 70 ປີ ​ແລະ​ວັນ​ໄຊຊະນະ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​ຂອງ​ປະຊາຊົນ​ຈີນ​ຄົບຮອບ 70 ປີີ. CRI ​ແລະ RT ​ໄດ້​ວາງ​ແຜນ​ຈະ​ປະສານ​ສົມທົບກັນ​ໃນ​ດ້ານຊັບພະຍາກອນ​ທ່າ​ແຮງ​ຂອງ​ຕົນ​, ສະໜັບສະໜູນ​ເຊິ່ງກັນ​​ແລະ​ກັນ​ໃນ​ດ້ານການ​ລາຍ​ງານ​ຂ່າວ ​ແລະ​ຮ່ວມ​ກັນ​ຈັດ​ທໍາລາຍ​ງານ.

ນອກ​ນີ້, ​ໃນ​ຖານ​​ະທີ່​ເປັນ​ປະທານຮ່ວມ​ຂອງ​ສະພາ​ສື່​​ມວນ​ຊົນ​ຂອງ​ຄະນະ​ກໍາມະການ​ໄມຕີ​ຈິດ​ມິດຕະພາບ, ສັນຕິພາບ ​ແລະ​ການ​ພັດທະ​ນາ​ຈີນ-ຣັດ​ເຊຍ, ທ່ານ​ຫວາງ​ເກີ່ງ​ໜຽນ​ແລະ​ທ່ານ​ກີ​ເຊ​ເລ​ຟຍັງ​ໄດ້​ແຈ້ງ​ວຽກ​ງານ​ແລະ​ຂໍ້​ສະ​ເໜີ​ຕໍ່​ກັນ​ກ່ຽວ​ກັບ​ການ​ກະກຽມ​ກໍ່ສ້າງ​ກົນ​ໄກ​ແລ​ກປ່ຽນ​ແລະ​ປະສານ​ງານ​ລະຫວ່າງ​ສື່​ມວນ​ຊົນ​ຈີນ-ຣັດ​ເຊຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ