ອົງການນາ​ໂຕຈະ​ຈັດການ​ຊ້ອມ​ຮົບຂະໜາດ​ໃຫຍ່​ຢູ່​ເອິຣົບ
2015-01-28 17:20:16  cri 
ວັນ​ທີ 26 ມັງກອນ​ນີ້, ຂ່າວສານ EFE ຂອງ​ແອ​ສປາຍລາຍ​ງານ​ວ່າ, ອົງການນາ​ໂຕມີ​ແຜນ​ຈະ​ຈັດການ​ຊ້ອມຮົບ​ຂະໜາດ​ໃຫຍ່​ຢູ່​​​ເອິຣົບໃຕ້​ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ຂອງ​ປີ​ນີ້, ຄາດ​ວ່າ​ຈະ​ມີ​ທະຫານ​ປະມານ 3 ໝື່ນ​ຄົນ​ຈາກປະ​ເທດ​ສະມາຊິກ 20 ກວ່າ​ປະ​ເທດ​ເຂົ້າ​ຮ່ວມ.

ຂ່າວສານ EFE ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ກອງທັບ​ແອ​ສປາຍມາລາຍງານ​ວ່າ, ການ​ຊ້ອມ​ຮົບ​ຂອງອົງການນາ​ໂຕ​ຄັ້ງ​ນີ້ຈະ​ຈັດ​ຂຶ້ນ​ຢູ່​ອີ​ຕາ​ລີ, ປອກຕຸຍ​ການ​ແລະ​ແອ​ສປາຍ​ໃນ​ເດືອນ​ຕຸລາ​ແລະ​ເດືອນ​ພະຈິກ​ປີ​ນີ້, ​ເຂົ້າ​ຮ່ວມ​ການຊ້ອມ​ຮົບ​ຄັ້ງ​ນີ້ມີ​ທາງ​ເຮືອ​, ທາງ​ອາກາດ​ແລະ​ທາງບົກ.

ຕາມ​ຂ່າວ​ແຈ້ງວ່າ, ການຊ້ອມຮົບ​​ຄັ້ງ​ນີ້​ແມ່ນ​ການຈັດ​ວາງ​ທະຫານ​ຂະໜາດ​ໃຫຍ່​ທີ່​ສຸດ​ຢູ່​ເອິຣົບນັບ​ແຕ່ການ​ຂຶ້ນ​ບົກ​ໂນ​ມານ​ດີໃນ​ປີ 1944, ​ເຊິ່ງ​ບໍ່​ພຽງ​ແຕ່​ເປັນ​ການ​ຝຶກຊ້ອມ​ເທົ່າ​ນັ້ນ, ​ແຕ່ຍັງ​ເປັນ​ການ​ທົດສອບ​ພິບ​ໄຫວ​ປະຕິພານແລະ​ຄວາມ​ສາມາດ​ປະສົມ​ປະສານ​​ໃນ​ດ້ານການສູ້​ຮົບ​ຂອງອົງການນາ​ໂຕຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ