ສິງກະ​ໂປ​ໄດ້ຮັບ​ກຽດ​ເປັນອັນ​ດັບ​ທີ​ສອງ​ໃນ​ດັດຊະນີ​ຕົວ​ເມືອງທີ່ປອດ​ໄພໃນ​ໂລກ
2015-01-28 17:32:18  cri 
ອີງ​ຕາມ​ດັດຊະນີຕົວ​ເມືອງທີ່​ປອດ​ໄພຫຼ້າ​ສຸດ​ທີ່​ເປີດ​ເຜີຍ​ໂດຍວາລາສານ "ນັກ​ເສດຖະສາດ", ສິງກະ​ໂປເປັນອັນ​ດັບ​ທີ​ສອງ​ໃນຕົວ​ເມືອງ​ແຫ່ງຄວາມ​ປອດ​ໄພໃນ​ໂລກປະຈຳປີ 2015, ​ເຊິ່ງອັນ​ດັບ​ທີ​ໜຶ່ງ​ແມ່ນ​ໂຕ​ກຽວ​ຂອງ​ຍີ່ປຸ່ນ.

10 ຕົວ​ເມືອງ​ແຫ່ງຄວາມ​ປອດ​ໄພ​ໃນໂລກ 2015 ມີ​ໂຕ​ກຽວຂອງ​ຍີ່ປຸ່ນ, ສິງກະ​ໂປ, ​ໂອ​ສາ​ກາ, ສະ​ໂຕກ​ໂຮມ​, ອຳ​ສະ​ເຕີ​ດາມ, ສິດ​ນີ, ຊູຣິດຂອງ​ສະ​ວິສ, ​ໂຕໂຣນໂຕ​, ​ແມນບວກ​ແລະ​ນິວຢອກ. ການ​ສຳ​ຫຼວດ​ດັດຊະນີຕົວເມືອງທີ່​ປອດ​ໄພສະບັບ​ດັ່ງກ່າວ​ໄດ້​ກວມ​ເຖິງ 50 ຕົວ​ເມືອງ​ໃນ 5 ທະວີບ, ​ເຊິ່ງໄດ້​ຈັດ​ລຳດັບ​ໂດຍ​ຖື​ເອົາຄວາມ​ປອດ​ໄພດ້ານ​ດິ​ຈີ​ຕອນ, ​ດ້ານ​ສາທາລະນະສຸກ, ດ້ານ​ການ​ກໍ່ສ້າງ​ພື້ນຖານ​ໂຄ່ງ​ລາງ​ແລະ​ດ້ານ​ອະນາ​ໄມ​ສ່ວນ​ບຸກຄົນເປັນ​ມາດ​ຕະຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ