​ເຈົ້າໜ້າ​ທີ່​ທະຫານ​ອິນ​ໂດ​ເນ​ເຊຍສິ້ນສຸດການ​ກູ້​ເອົາຊາກ​ເຮືອບິນ​ໂດຍສານ​ທີ່​ເກີດ​ອຸ​ປັດ​ຕິ​ເຫດ​ຕົກ​ຂອງ​ບໍ​ລິສັດ​ການບິນ​ອາຊີຢ່າງ​ເປັນ​ທາງ​ການ

2015-01-28 17:34:39  cri 

ວັນ​ທີ 27 ມັງກອນ​ນີ້, ເຈົ້າໜ້າ​ທີ່​ທະຫານ​ອິນ​ໂດ​ເນ​ເຊຍ​​ໄດ້ປະກາດ​ວ່າ, ການ​ກູ້​ເອົາ​ຊາກເຮືອບິນ​ໂດຍສານຖ້ຽວ​ບິນ QZ8501 ​ທີ່​ເກີດ​ອຸ​ປັດ​ຕິ​ເຫດ​ຕົກ​ຂອງ​ບໍ​ລິສັດ​ການບິນ​ອາຊີທີ່​ດຳ​ເນີນ​ເປັນ​ເວລາ 31 ມື້​ນັ້ນ, ​ໄດ້ສິ້ນສຸດລົງ​ຢ່າງ​ເປັນ​ທາງ​ການ.

​ຜູ້​ບັນຊາ​ການຂອງກອງກຳ​ປັ່ນ​ຕາ​ເວັນ​ຕົກ​ຂອງກອງທັບ​ເຮືອ​ອິນ​ໂດ​ເນ​ເຊຍ​ໄດ້​ກ່າວ​ໃນ​ມື້​ດຽວ​ກັນ​ວ່າ, ການ​ກູ້​ເອົາຊາກ​ເຮືອບິນ​ໂດຍສານ​ທີ່​ເກີດ​ອຸ​ປັດ​ຕິ​ເຫດ​ຕົກ​​ໄດ້ສິ້ນສຸດລົງ​ຢ່າງ​ເປັນ​ທາງ​ການ​ແລ້ວ, ມາ​ຮອດ​ວັນ​ທີ 27 ມັງກອນ​ນີ້, ພະນັກງານ​ຄົ້ນ​ຫາ​ແລະ​ກູ້​ໄພ​ໄດ້​ກູ້​ເອົາ​ຊາກສົບ​ຂອງ​ຜູ້​ໂດຍສານ​ທີ່​ປະສົບ​ເຄາະ​ຮ້າຍ 70 ສົບ, ​ແລະບໍ່​ສາມ​າດກູ້ເອົາ​ຊາກສົບ​ຂອງ​ຜູ້​​ເສຍ​ຊີວິດ​ທີ່​ຍັງ​ເຫຼືອ​ນັ້ນ​ຕື່ມ​ອີກ​.

ປະຈຸ​ບັນ, ພະນັກງານ​ສຳ​ຫຼວດກຳລັງ​ຖອດ​ລະຫັດ​ຈາກ​ກັບ​ດຳຂອງເຮືອບິນ​ໂດຍສານຢູ່, ​ເພື່ອ​ຢືນຢັນ​ສາ​ເຫດ​ເກີດ​ອຸ​ປັດ​ຕິ​ເຫດ​ຕົກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ