ທ່ານ​ບັນ​ກີ​ມູນ​ຮຽກຮ້ອງ​ໃຫ້​ສ້າງ​ໂລກ​ທີ່​ມີ​ການ​ຜ່ອນຜັນ​ແລະ​ເຄົາລົບ​ເຊິ່ງກັນ​ແລະ​ກັນ
2015-01-28 16:07:37  cri 
    ວັນ​ທີ 27 ມັງກອນ​ນີ້ ​ແມ່ນ "ວັນ​ລະນຶກ​​ເຫດການສັງຫານ​ໝູ່​ສາກົນ". ​ໃນ​ມື້ດຽວ​ກັນ, ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ: ປະຊາ​ຄົມ​ໂລກ​ຄວນ​ສາມັກຄີ​ກັນ, ທຳ​ຄວາມ​ພະຍາຍາມ​ທົບ​ເທົ່າ, ​ເພື່ອ​ສ້າງ​ໂລກ​ໃຫ້​ມີ​ການ​ຜ່ອນຜັນ​ແລະ​ເຄົາລົບ​ເຊິ່ງກັນ​ແລະ​ກັນ.

    ທ່ານ​ບັນ​ກີ​ມູນ​ກ່າວ​ຕື່ມ​ວ່າ: ​​ໂລກ​ປັດຈຸບັນ ຍັງ​ຄົງ​ໄດ້​ຖືກ​ການ​ທ້າ​ທາຍ​ຈາກ​ອະຄະຕິ​, ການ​ປະ​ທະ​ກັນ​ດ້ວຍ​ຮູບ​ການ​ຕ່າງໆ​ກໍ​ໄດ້​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ, ການຫຼອນ​ໂຈມ​ຕີ​ຕໍ່ຕ້ານ​ຊາວ​ຢິວນັ້ນຍັງ​ຄົງ​ມີ​ຢູ່, ກຸ່ມ​ຄົນ​ທີ່​ດ້ອຍ​ໂອກາດ​ໃນ​ແຫ່ງ​ຕ່າງໆ​ທົ່ວ​ໂລກ ກໍ​ຍັງ​ຄົງ​ດຳລົງ​ຊີວິດ​ຢູ່​ໃນ​ຄວາມ​ຢ້ານ​ກົວ​ຕໍ່​ຄວາມ​ຮຸນ​ແຮງ.

    ທ່ານ​ບັນ​ກີ​ມູນ​ກ່າວ​ອີກ​ວ່າ: ຄວາມ​ຮຸນ​ແຮງ​ແລະ​ອະຄະຕິ​ເຫຼົ່ານີ້​ໄດ້​ຕັກ​ເຕືອນ​​ໃຫ້ປະຊາ​ຄົມ​ໂລກ​ວ່າ, ຍັງ​ຕ້ອງ​ທຳ​ຄວາມ​ພະຍາຍາມ​ຕື່ມອີກ​ໃນ​ການ​ປົກ​ປ້ອງ​ສິດທິ​ມະນຸດ, ປ້ອງ​ກັນບໍ່​ໃຫ້​ເກີດ​ເຫດ​ການ​ສັງຫານ​ໝູ່ ​ແລະ​ປົກ​ປ້ອງ​ທົ່ວ​ມວນ​ມະນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ