ຣັດ​ເຊຍ​ປະຕິບັດ​ແຜນການ​ຕ້ານ​ວິ​ກິດ​ການ
2015-01-28 16:10:22  cri 
    ຕອນ​ຄ່ຳ​ວັນ​ທີ 27 ມັງກອນ​ນີ້, ທ່ານ​ດີ​ມີ​ຕຣີ ​ເມັດ​ເວ​ເດັຟ ນາຍົກລັດຖະມົນຕີ ສະຫະພັນຣັດ​ເຊຍ​ໄດ້​ເຊັນ​ລັດຖະດຳລັດ ​ເພື່ອ​ປະຕິບັດ​ແຜນການ​ຕ້ານ​ວິ​ກິດ​ການ​ຂອງ​ລັດ. ​ໃນ​ມື້​ດຽວ​ກັນ, ທ່ານ​ອັນ​ຕົນ ຊີ​ລູອານົຟ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ຂອງຣັດ​ເຊຍ​​ໄດ້​ໃຫ້​ຮູ້​ວ່າ, ປັດຈຸບັນ, ​ແຜນການ​ດັ່ງກ່າວ​ຈະ​ມີ​ເງິນ​ສະ​ສົມ​ປະມານ 3 ຕື້​ໂດ​ລາ​ສະຫະລັດ.

    ຂ່າວ​ແຈ້ງວ່າ, ​ເປົ້າໝາຍ​ຂອງ​ແຜນການ​ຕ້ານ​ວິ​ກິດ​ການ​ສະບັບ​ນີ້​ແມ່ນ: ຊຸກຍູ້​ການ​ເຕີບ​ໂຕ​ທາງ​ເສດຖະກິດ, ສະໜັບສະໜູນ​ພາກສ່ວນ​ທີ່​ສຳຄັນ, ຮັບປະກັນ​ຄວາມ​ສະຫງົບ​ທາງ​ສັງຄົມ. ຂ່າວສານ​ຕັສ​ໄດ້​ຍົກ​ເອົາ​ຂໍ້​ມູນ​ຕົວ​ເລກ​ມາລາ​ຍງານ​ວ່າ, ​ແຜນການ​ຕ້ານ​ວິ​ກິດ​ການຈະ​ໃຊ້​ງົບປະມານ​ 21 ຕື້ 200 ລ້ານ​ໂດ​ລາ, ​ເຊິ່ງຈະ​ໃຊ້​ເຂົ້າ​ໃນ​ສະ​ຖາ​ບັນ​ການ​​ເງິນ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ກະສິກຳ, ອຸດສາຫະກຳ ​ແລະ​ຂົງ​ເຂດ​ອື່ນໆ.

     ທ່ານ​ຊີ​ລູອານົຟຊີ້​ບອກ​ວ່າ: "ພວກ​ຂ້າພະ​ເຈົ້າຈະ​ບໍ່​ນຳ​ໃຊ້​ຄັງ​ສຳຮອງ​ແຫ່ງ​ລັດ​ເພື່ອ​ຕ້ານ​ວິ​ກິດ​ການ​ຢ່າງມະ​ລຸ່ມ​ມະ​ລ້ວຍ, ຫາກ​ຈະ​ໃຊ້​ມາດ​ຕະການ, ພາຍ​ໃນ​ໄລຍະ​​ເວລາ​ຂອງ​ແຜນການ​ສະບັບ​ນີ້​ຄາດ​ວ່າ​ປະມານ 1 ປີ​, ຈະ​ຊຸກຍູ້​ການ​ປັບປຸງ​ອົງ​ປະກອບ, ຍົກ​ຄຸນ​ນະພາ​ບຂອງ​ການຄຸ້ມ​ຄອງ​ແລະ​ງົບປະມານ​ການ​ເງິນ​ໃຫ້​ສູງ​ຂຶ້ນ, ​ເພື່ອ​ຮັບປະກັນ​ເງິນ​ສະ​ສົມ​ໃນ​ຈຳນວນ​ໃດ​ໜຶ່ງ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ