ອາສາ​ສະໝັກ​​ແພດ​ໝໍ​ຂອງ​ກຳປູ​ເຈຍ​ລົງ​ໄປ​ຊົນນະບົດ
2015-02-25 18:05:27  cri 


    ວັນ​ທີ 25 ກຸມພາ​ນີ້, ກອງ​ອາສາ​ສະໝັກ​​ແພດ​ໝໍ​ທີ່​ຈັດຕັ້ງ​ໂດຍ​ກະຊວງ​ສາທາ ລະນະສຸກ​ກຳປູ​ເຈຍ ​ໄດ້​ດຳ​ເນີນ​ກິດຈະກຳ​ລົງ​ໄປ​ຊົນນະບົດ​ຢູ່​ເຂດ​ປົນ​ຊັງ​ເມືອງ​ປຣີກປນົຟນະຄອນຫຼວງພະນົມ​ເປັນ, ມື້​ດຽວ​ກັນ, ສູນ​ປິ່ນປົວ​ປົນ​ຊັງ​ໄດ້​ເລີ່​ມ​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ. ທ່ານ​ມາ​ມບູນ​ແຮງ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ, ​ເຈົ້າໜ້າ​ທີ່​ອົງການ​ປົກຄອງ​ທ້ອງ​ຖິ່ນ​ແລະ​ຊາວບ້ານ 500 ກວ່າ​ຄົນ​ຂອງ​ກຳປູ​ເຈຍ​ໄດ້​ເຂົ້າຮ່ວມ​ກິດຈະກຳ​ດັ່ງກ່າວ.

    ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ມາມ​ບູນ​ແຮງ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ກຳປູ​ເຈຍ​ກ່າວ​ວ່າ, ຫວັງ​ວ່າ ສູນ​ປິ່ນ​ປົວ​ປົນ​ຊັງ​ຈະ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ປິ່ນປົວ​ພະຍາດ​ຂອງ​ຊາວບ້ານຫຼາຍກວ່າ​ເກົ່າ. ທ່ານ​ຮຽກຮ້ອງ​ໃຫ້​ຊາວບ້ານ​ເມື່ອ​ເຈັບ​ໄຂ້​ໄດ້​ພະຍາດ​ແລ້ວ​ກໍ​ຄວນ​ໄປ​ໂຮງ​ໝໍ​ຢ່າງ​ທັນ​ການ, ບໍ່​ຄວນ​​ໄປຮັບ​ການ​ປິ່ນປົວ​ຢູ່​ອົງການ​ປິ່ນປົວ​ທີ່​ບໍ່​ຊອບ​ດ້ວຍ​ກົດໝາຍ.

    ທ່ານ​ມາ​ມບູນ​ແຮງຍັງ​ໄດ້​ໄປ​ກວດກາ​ສູນ​ປິ່ນປົວ​ປົນ​ຊັງ, ​ໄດ້​ເບິ່ງ​ວຽກ​ງານ​ປິ່ນປົວ​ພະຍາດ​ໂດຍ​ບໍ່​ເກັບ​ຄ່າ, ທັງ​ໄດ້​ໄປ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ຄົນ​ເຈັບ​ທີ່​ກຳລັງຮັບ​ການ​ປິ່ນປົວ​ພະຍາດ​ຢູ່​ໂຮງ​ໝໍ​ດັ່ງກ່າວ. ພ້ອມ​ກັນນັ້ນ, ທ່ານ​ຍັງ​ໄດ້​ແລກປ່ຽນ​ກັບ​ພະນັກງານ​ການ​ແພດ​ແລະ​ຊາວບ້ານ​ຢ່າງ​ສະໜິດສະໜົມ​ ​ເພື່ອ​ຊອກ​ຮູ້​ຄວາມ​ຮຽກຮ້ອງ​ຕ້ອງ ການ​ຂອງຊາວບ້ານ​ໃນ​ການ​ປິ່ນປົວ​ພະຍາດ.

    ກອງ​ອາສາ​ສະໝັກ​​ແພດ​ໝໍ​ທີ່​ຈັດຕັ້ງ​ໂດຍ​ກະຊວງ​ສາທາລະນະ​ສຸກ​ກຳປູ​ເຈຍ​ເທື່ອ​ນີ້ ປະກອບ​ດ້ວຍ​ກອງ​ນ້ອຍ​​ແພດ​ໝໍ​ຂອງ​ໂຮງໝໍ 6 ​ແຫ່ງ​ຂອງ​ພະນົມ​ເປັນ, ​ເຊິ່ງ​ໃນ​ນັ້ນ, ກໍ​ມີ​ໂຮງ​ໝໍ​ມິດຕະພາບ​ຈີນ-​ກຳປູ​ເຈຍ​ທີ່​ຈີນ​ຊ່ວຍ​ເຫຼືອສ້າງ​ຂຶ້ນ.
1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ