5 ປະ​ເທດ​ສະມາຊິກ​ອາ​ຊຽນ​ໄດ້​ເຫັນ​ດີ​ສ້າງ​ຕັ້ງ​ກອງ​ກຳລັງ​ຮັກສາ​ສັນຕິພາບ​ອາ​ຊຽນ
2015-02-26 19:25:36  cri 
ຕາມ​ໜັງສືພິມ​ຫຼຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ລາຍ​ງານ​ວ່າ ວັນ​ທີ 25 ກຸມພາ​ນີ້ ທ່ານ​ຮິ​ຊຳ​ມູດິນ ຮູ​ເຊັນ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ຫວຽດນາມ, ພາຍຫຼັງ​ໄດ້​ພົບ​ປະ​ກັບ​ທ່ານ​ຟອງ​ກວາງ​ເທັງ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​ແລ້ວ​ໄດ້​ອອກ​​ແຈ້ງ​ການ​ວ່າ ພາຍ​ໃຕ້​ນິຍາມ "​ກອງ​ກຳລັງ​ຮັກສາ​ສັນຕິພາບ​ອາ​ຊຽນ", ທະຫານ​ຮັກສາ​ສັນຕິພາບ​ຂອງ ປະ​ເທດສະມາ​ຊິກ​ອາ​ຊຽນຈະ​ປະຕິບັດ​ໜ້າ​ທີ່​ຮັກສາ​ສັນຕິພາບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ພາຍ​ໃຕ້​ຄັນ​ທຸງ​ອາ​ຊຽນ ​ເຊິ່ງຈະ​ສາມາດ​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ມີ​ຄວາມ​ຢືນຢັນ​ຕື່ມ​ອີກ​ຕໍ່​ອາ​ຊຽນທີ່​ເປັນ​ອົງການ​ຮ່ວມ​ມື​ລະດັບ​ພາກ​ພື້ນ.

ທ່ານ​ຮິ​ຊຳ​ມູດິນ​ຢືນຢັນວ່າ ມາ​ຮອດປັດຈຸບັນ,  ​ໄທ, ມຽນມາ, ກຳປູ​ເຈຍ, ລາວ​ແລະ​ຫວຽດນາມ​ລ້ວນ​ແຕ່​ໄດ້​ເຫັນ​ດີ​ນຳ​ນິຍາມ​ທີ່​ວ່າ "ກອງ​ກຳລັງ​ຮັກສາ​ສັນຕິພາບອາ​ຊຽນ" ​ເຊິ່ງສະ​ເໜີ​ໂດຍ​ມາ​ເລ​ເຊຍ, ​ເພື່ອ​ເພີ່ມ​ທະວີຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​ແລະ​ເພີ່ມທະວີ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ທະຫານລະຫວ່າງ​ປະ​ເທດ​ສະມາຊິກ​ອາ​ຊຽນ​ເພື່ອ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ພວກ​ກໍ່​ການ​ຮ້າຍ​ເຊັ່ນ​ກຸ່ມ​ຫົວ​ຮຸນ​ແຮງ​ "ລັດ​ອິສລາມ" ຫຼື IS. ທ່ານ​ຮິ​ຊຳ​ມູດິນ​ກ່າວ​ເນັ້ນ​ວ່າ ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນມີ​ຄວາມ​ສຳຄັນຫຼາຍ, ​ໃນ​ລຍະ​ການດຳ​ເນີນ​ກອງ​ປະຊຸມ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ 10 ປະ​ເທດ​ສະມາຊິກ​ອາ​ຊຽນຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຕໍ່ຕ້ານ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນຄົງ​ທີ່​ນັບ​ມື້​ນັບ​ເພີ່ມ​ຫຼາຍ​ຂຶ້ນ​ໃນ​ພາກ​ພື້ນ​ຄື​ແນວ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ