ນັກວິຊາການ​ແລະ​ຊ່ຽວຊານ​ຕ່າງປະ​ເທດຕີ​ລາຄາ​ສູງ​ຕໍ່​ການວາງ​ແຜນຍຸດ​ທະ​ສາດ​ "4 ຮອບດ້ານ"ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ
2015-02-26 15:04:24  cri 

ໜັງສືພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີນ​ລາຍ​ງານ​ວ່າ, ທ່ານ​ສີ​ຈິ້ນ​ຜິງ, ປະທານ​ປະ​ເທດ​ຈີນ​ໄດ້ສະ​ເໜີການວາງ​ແຜນ​ຍຸດ​ທະ​ສາດ​ "4 ຮອບດ້ານ" ຄື "ສ້າງ​ສັງຄົມ​ອິ່ມໜຳສຳລານ​ໃຫ້​ສຳ​ເລັດ​ຢ່າງຮອບດ້ານ, ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ປົກຄອງ​ປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ, ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບດ້ານ". ນັກວິຊາ​ນການ​ແລະ​ຊ່ຽວຊານ​ຕ່າງປະ​ເທດ​ໄດ້ຕີ​ລາຄາ​ສູງ​ຕໍ່​ການວາງ​ແຜນຍຸດ​ທະ​ສາດ​ດັ່ງກ່າວ ​ໂດຍ​ກ່າວ​ວ່າ, ການ​ປະຕິບັດການວາງ​ແຜນຍຸດ​ທະ​ສາດ"4 ຮອບດ້ານ"​ແມ່ນ​ບາດກ້າວ​ທີ່​ສໍາຄັນ​ຂອງ​ພັກ​ກອມ​ມູນິດ​ຈີນທີ່ນໍາພາ​ປະຊາຊົນ​ກ້າວ​ເດີນ​ໄປ​​ສູ່​ການ​ບັນລຸເປົ້າ​ໝາຍ​ທີ່​ຍິ່ງ​ໃຫຍ່.

ທ່ານ​ລີ​ເຢີ​ນລຽງ, ສາ​ສະ​ດາຈານ​ສະ​ຖາ​ບັນ​ບັນດິດ​ພັດທະນະ​ບໍລິຫານ​ສາດແຫ່ງ​ຊາດ​ໄທ​ກ່າວ​ວ່າ, ​ການວາງ​ແຜນຍຸດ​ທະ​ສາດ​ "4 ຮອບດ້ານ"ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ​ແມ່ນ​ສອດຄ່ອງ​ກັບ​ເປົ້າ​ໝາຍ​ລວມ ​ແລະ​ແນວຄວາມ​ຄິດ​ລວມຂອງ​ການ​ປະຕິ​ຮູບ​ແລະ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​​ເຮືອງ​ແຫ່ງ​ຊາດ​ຄືນ​ໃໝ່​ຂອງ​ຈີນ ທັງ​ສອດ​ຄ່ອງ​ກັບ​ຄວາມ​ເປັນ​ຈິງ​ດ້ານ​ການ​ພັດທະນາ​ຂອງ​ຈີນ, ມີ​ສາຍຕາ​ຍຸດ​ທະ​ສາດ​ທີ່​ຍາວ​ໄກ.

ນັກ​ວິຈານ​ຂອງ​ວາລະສານ​ວຽກ​ງານ​ອາ​ຟຣິກາ​ແລະ​ອາຊີ​ຕາ​ເວັນ​ອອກ​ຂອງ​ອາ​ຟຣິກາ​ໃຕ້​ກ່າວ​ວ່າ, ການ​ຊຸກຍູ້​ການ​ສ້າງສັງຄົມ​ອິ່ມໜຳສຳລານ​ໃຫ້​ສຳ​ເລັດ​ຢ່າງຮອບດ້ານນັ້ນ ຈະ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ຈີນ, ສ້າງ​ໂອກາດ​ປະ​ກອບອາຊີບ​ຈໍານວນ​ຫຼວງ​ຫຼາຍ, ປັບປຸງສິ່ງ​ແວດ​ລ້ອມ​ນິ​ເວດ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ. ທ່າ​ນລີ​ເສີງ, ຫົວໜ້າ​ສູນ​ຈີນ​ຈອນ ​ແອນ ​ໂທນ​ຕັນ ຂ​​ອງສະ​ຖາ​ບັນ​ບຣູກິ​ງສຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ, ຈຸດ​ສໍາຄັນ​ຂອງ​ການ​ສ້າງສັງຄົມ​ອິ່ມໜຳສຳລານ​ໃຫ້​ສຳ​ເລັດ​ຢ່າງຮອບດ້ານ​ແລະການລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ​ແມ່ນ​ການ​ກໍ່ສ້າງ​ດ້ານ​ເສດຖະກິດ, ສ່ວນການປົກຄອງ​ປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ​ແລ​ະການຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບດ້ານນັ້ນ ​ແມ່ນ​ເອົາ​ໃຈ​ໃສ່​ການ​ກໍ່ສ້າງ​ດ້ານ​ການ​ເມືອງ ​ແລະ​ເນັ້ນ​ໜັກເຖິງ​ການ​ກໍ່ສ້າງ​ລະບອບ​ຢ່າງຮອບດ້ານ​ແລະ​ຢ່າງ​ເປັນ​ລະບົບ ​ເຊິ່ງມີ​ຄວາມ​ໝາຍ​ທີ່​ສໍາຄັນ.

ຫົວໜ້າ​ກອງ​ເລຂາ​ຂອງ​ໜ່ວຍ​ງານ​ມິດ​ຕະພາບ​ເອີຣົບ-ຈີນ​ຂອງ​ສະພາ​ເອີ​ຣົບ​ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວ​ວ່າ, ຍຸ​ດທະ​ສາດ"4 ຮອບດ້ານ"​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ກ້າຫານ​ແລະ​ສະຕິ​ປັນຍາ​ດ້ານ​ການ​ເມືອງ​ຂອງ​ຜູ້​ນໍາ​ລຸ້ນ​ໃໝ່​ຂອງ​ຈີນ ​ເຊິ່ງ​ໄດ້​ເຮັດ​ໃຫ້​ຈີນ​ສາມາດກໍາ​ເອົາ​ໂອກາດ​ລົງ​ເລິກ​ການ​ປະຕິ​ຮູບ​ຂອງ​ຂົງ​ເຂດ​ທີ່​ສໍາຄັນ, ສ້າງ​ລະບົບລະບຽບ​ທີ່​ຄົບ​ຖ້ວນ, ມີວິ​ທະ​ຍາ​ສາດ, ຢ່າງ​ເປັນ​ລະບຽບ​ແບບ​ແຜນ ​ແລະ​ດໍາ​ເນີນ​ຢ່າງ​ມີ​ປະສິດ​ທິພາບ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ