ມາ​ເລ​ເຊຍ​ຈະ​ຈັດ​ຕັ້ງ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ງວດ​ທີ່​ສາມ​ໄປ​ຮ່ຳຮຽນພາສາ​ຈີນ
2015-02-26 19:08:03  cri 
  ວັນ​ທີ 25 ກຸມພາ​ນີ້, ທ່ານ​​ໂກ​ຮິນ​ຊານ, ປະທານ​ສູນວັດທະນະທຳ​ຈີນ​ຂອງມາ​ເລ​ເຊຍ​ເຜີຍ​ໃຫ້ຮູ້​ວ່າ, ສຳນັກງານ​ນາຍົກລັດຖະມົນຕີມາ​ເລ​ເຊຍຈະ​​ເປີດ​ຊຸດ​ສຶກສາ​ອົບ​ຮົ່ມພາສາ​ຈີນຊຸດ​ທີ່​ສາມ​ສຳລັບເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທີ່​​ເລັ່ງ​ໃສ່​​ຄົນ​​ເຊື້ອຊາດ​ມາ​ເລ​ເຊຍ​ເປັນ​ຕົ້ນຕໍ​ໃນເດືອນ​ມີນາ​ປີ​ນີ້.

  ທ່ານ​​ໂກ​ຮິນ​ຊານ​ໃຫ້​ຮູ້​ວ່າ: ​ໃນ​ໂອກາດ​ບຸນ​ປະ​ເພນີ​ປີ​ໃໝ່​ປີ​ມະ​ແມຂອງ​ຈີນ​ນີ້, ​ສູນວັດທະນະທຳ​ຈີນຂອງ​ມາ​ເລ​ເຊຍ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ສຳນັກງານ​ນາຍົກລັດຖະມົນຕີທີ່​ຮັບຜິດຊອບວຽກ​ງານຝຶກ​ອົບ​ຮົ່ມ, ສອງ​ຝ່າຍ​ໄດ້​ຢືນຢັນ​ວ່າ​ຈະ​ໃຫ້ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງສຳນັກງານ​ນາຍົກລັດຖະມົນຕີ 28 ຄົນເຂົ້າ​ຮ່ວມ​ຊຸດ​ອົບ​ຮົ່ມພາສາ​ຈີນທີ່ຈັດໂດຍ​ສູນ​ກວດ​ສອບ​ລະດັບການ​ເວົ້າ​ພາສາ​ຈີນ​​ແຫ່ງ​ຊາດ​ມາ​ເລ​ເຊຍທີ່ຈະ​ດຳ​ເນີນ​​ເປັນ​ເວລາ 3 ​ເດືອນ, ​ເຊິ່ງຕົ້ນຕໍ​ຈະຮັບການອົບ​ຮົ່ມພາສາ​ຈີນ​ດ້ານ​ປາກ​​ເວົ້າ.

  ທ່ານ​​ໂກ​ຮິນ​ຊານ​ໃຫ້​ຮູ້​ຕື່ມວ່າ: ເຈົ້າ​ໜ້າ​ທີ່ສຳນັກງານ​ນາຍົກລັດຖະມົນຕີ​ເປັນ​ເຈົ້າໜ້າ​ທີ່​ທີ່ຢູ່​ແຖວ​ໜ້າ​ໃນ​ການ​ຊຸກຍູ້​ຄວາມ​ສາມັກຄີປອງ​ດອງ​ກັນ​ລະຫວ່າງ​ຊົນ​ເຜົ່າ​ຂອງ​ມາ​ເລ​ເຊຍ. ສະ​ນັ້ນ, ເຈົ້າ​ໜ້າ​ທີ່ທີ່​ບໍ່​ແມ່ນ​ຄົນ​​ເຊື້ອຊາດຈີນ​ໄປຮ່ຳຮຽນພາສາ​ຈີນ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ຫຼາຍສົມຄວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ