ອາ​ເມ​ລິ​ກາ​ເປັນ​ຫ່ວງ​ວ່າການ​ສະໜອງ​ອາວຸດ​ລ້າງຜານ​ໃຫ້​ອູ​ແກຣນນັ້ນຈະ​ເຮັດ​ໃຫ້​ສະຖານະ​ການ​ຮ້າຍ​ແຮງ​ຂຶ້ນຕື່ມ
2015-02-26 16:19:23  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 25 ກຸມພາ​ນີ້, ທ່ານ​ພົນ​ເອກ​ຟິລິບ ບຣີດລົບ ຂອງ​ອາ​ເມ​ລິ​ກາ​ທີ່​ເປັນ​ເຈົ້າໜ້າ​ທີ່​ການ​ທະຫານ​ສູງ​ສຸດ​ຂອງ​ກຸ່ມ​ນາ​ໂຕ ​ໄດ້​ກ່າວ​ວ່າ, ປັດຈຸບັນ, ບໍ່​ສາມາດ​ຄາດ​ຄະ​ເນ​​ໄດ້ວ່າ, ຣັດ​ເຊຍ​ຈະ​ໃຊ້​ມາດ​ຕະການ​ຕອ​ບ​ໂຕ້​ແນວ​ໃດ​ຕໍ່​ອາ​ເມ​ລິ​ກາ​ທີ່​ຈະ​ສະໜອງ​ອາວຸດ​ລ້າງ​ຜານ​ໃຫ້​ແກ່​ອູ​ແກຣນ, ​ແຕ່​ສະຖານະ​ການ​ຂອງ​ອູ​ແກຣນອາດ​ຈະ​ຮ້າຍ​ແຮງ​ຂຶ້ນຕື່ມ​ຍ້ອນ​ເລື່ອງ​ນີ້.

    ​ໃນ​ກອງ​ປະຊຸມ​ຟັງ​ຄຳ​ໃຫ້ການ​ທີ່​ຈັດ​ຂຶ້ນ​ໂດຍ​ກຳມາ​ທິການ​ການ​ທະຫານ​ຂອງ​ສະພາ​ຕ່ຳ​ໃນ​ມື້​ດຽວ​ກັນ, ທ່ານ​ບຣີດລົບ​ກ່າວ​ວ່າ, ປັດຈຸບັນ, ທຳນຽບຂາວ​ຍັງ​ພວມ​ຂໍ​ຄວາມ​ເຫັນ​ນຳ​ເຈົ້າໜ້າ​ທີ່​ທະຫານ​ກ່ຽວ​ກັບ​ຈະ​ສະໜອງ​ອາວຸດ​ລ້າງຜານ​ໃຫ້​ກອງທັບ​ລັດຖະບານ​ອູ​ແກຣນຫຼືບໍ່. ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ແລະ​ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ສະຖານະ​ການ​ຂອງ​ອູ​ແກຣນ, ​ໃນ​ນັ້ນ, ທ່ານ​ໄດ້​ແຈ້ງ​ອາວຸດ​ລ້າງຜານ​ທີ່​ອູ​ແກຣນຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ສະໜອງ​ໃຫ້​ນັ້ນ​ໃຫ້​ທ່ານ​ໂອ​ບາ​ມາ​ຮັບ​ຊາບ.

    ທ່ານບຣີດລົບ​ກ່າວ​ຕື່ມ​ວ່າ, ປັດຈຸບັນ​, ຍັງ​ບໍ່​ສາມາດ​ທີ່ຈະ​ຄາດ​ຄະ​ເນ​​ໄດ້ວ່າ, ຣັດ​ເຊຍ​ຈະ​ໃຊ້​ຮູບ​ການ​ແນວ​ໃດ​ເພື່ອ​ຕອບ​ໂຕ້​ກັບ​ການ​ກະທຳ​ດັ່ງກ່າວ​ຂອງ​ອາ​ເມ​ລິ​ກາ. ທ່ານ​ກ່າວ​ອີກ​ວ່າ, ​ເມື່ອ​ອາວຸດຍຸດ​ໂທ​ປະກອນ​ຂອງ​ກອງທັບ​ລັດຖະບານ​ອູ​ແກຣນຍົກ​ລະດັບ​ສູງ​ຂຶ້ນ​ແລ້ວ, ດ້ານ​ໜຶ່ງ, ຈະ​ກາຍ​ເປັນ​ກຳລັງ​ນາບ​ຂູ່, ​ແຕ່​ອີກ​ດ້ານ​ໜຶ່ງ, ອາດ​ຈະ​ກະຕຸ້ນ​ຝ່າຍຣັດ​ເຊຍ, ​​ແລະ​ເຮັດ​ໃຫ້​ສະຖານະ​ການ​ຮ້າຍ​ແຮງ​ຂຶ້ນຕື່ມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ