ສະພາ​ຄວາມ​ໝັ້ນຄົງ​ກ່າວ​ປະນາມ​ກຸ່ມ IS ທີ່​ລັກ​ພາ​ຕົວ​ຜູ້​ເຊື່ອ​ຖື​ສາສະໜາ​ຄຣິສຕຽນ​ຂອງ​ຊີຣີ
2015-02-26 16:22:43  cri 
    ຕາມ​ຂ່າວ​ສານ​ຊິນ​ຮວາ: ວັນ​ທີ 25 ກຸມພາ​ນີ້, ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼງການ, ​ໂດຍ​​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ກຸ່ມ IS ​ເຊິ່ງ​ເປັນ​ອົງກາ​ນຫົວ​ຮຸນ​ແຮງ​ທີ່​ໄດ້​ລັກ​ພາ​ຕົວ​ຜູ້​ເຊື່ອ​ຖື​ສາສະໜາ​ຄຣິສຕຽນ 90 ຄົນ​ເປັນ​ຢ່າງ​ໜ້ອຍ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຊີຣີ.

    ໃນ​ຖະ​ແຫຼງການ​ດັ່ງກ່າວ, ສະພາ​ຄວາມ​ໝັ້ນຄົງ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ທຸກ​ການ​ກະທຳ​ທີ່​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ປະຊາຊົນ​ສາມັນ, ລວມທັງ​ການທາລຸນ​​ທີ່​ເອົາ​ເຊື້ອ​ຊາດ, ສາສະໜາ ຫຼືຄວາມ​ເຊື່ອ​ຖື​ເປັນ​ຂໍ້​ອ້າງ. ນອກ​ນັ້ນ, ຖະ​ແຫຼງການ​ຍັງ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງຕໍ່​ການ​ກະທຳ​ຂອງ​ກຸ່ມ IS ທີ່​ທຳລາຍ​ແລະ​ຢຽບ​ຫຍຳ​ສະຖານ​ທີ່​ສາສະໜາ​ຄຣິສຕຽນ​ແລະ​ສາສະໜາອື່ນ.

    ສະພາ​ຄວາມ​ໝັ້ນຄົງ​ຮຽກຮ້ອງ​​ກຸ່ມ IS, "​ແນວ​ໂຮມ​ສະໜັບສະໜູນ" ​ພ້ອມ​ດ້ວຍ​ບຸກຄົນ​ແລະ​ອົງການ​ອື່ນໆ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບກຸ່ມ "ອັນ​​ໄຄ​ດາ" ​ໃຫ້​ປ່ອຍຕົວ​ປະກັນ​ທັງ​ໝົດ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ແຕ່​ຢ່າງ​ໃດ, ​ແລະ​ກ່າວ​ເນັ້ນວ່າ​ຈະ​ສືບ​ຫາ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ໃຊ້​ທາລຸນ​ກຳ.

    ວັນ​ທີ 23 ກຸມພາ​ນີ້, ກຸ່ມ IS ​ໄດ້​ບຸກ​ໂຈມຕີ​ບ້ານ​ໜຶ່ງ​ຂອງ​ຜູ້​ເຊື່ອ​ຖື​ສາສະໜາ​ຄຣິສຕຽນ​ຢູ່​ແຂວງ​ຮາ​ຊາ​ຄາ, ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຊີຣີ, ​ໂດຍ​ໄດ້​ລັກ​ພາ​ຕົວ​ຜູ້​ເຊື່ອ​ຖື​ສາສະໜາ​ຄຣິສຕຽນ 90 ຄົນ​ເປັນ​ຢ່າງ​ໜ້ອຍ. ຫຼັງຈາກ​ນັ້ນ, ກຸ່ມ​ດັ່ງກ່າວ​ໄດ້​ອອກຖະ​ແຫຼງການ, ​ໂດຍ​ສະ​ເໜີ​ໃຫ້​ເອົາ​ຕົວ​ປະກັນ​ມາ​ແລກປ່ຽນ​ພວກ ປະກອບອາວຸດ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ຖືກ​ກັກ​ຕົວ, ຖ້າ​ບໍ່​ດັ່ງນັ້ນ, ຈະ​ປະຫານ​ຊີວິດ​ຕົວ​ປະກັນ​ເຫຼົ່ານີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ